6 ຂໍ້ທີ່ເຮົາບໍ່ຄວນຫຼິ້ນໂທລະສັບກ່ອນນອນ
ໃນຍຸກກກ່ອນນັ້ນປັດໄຈ 4ເປັນສິ່ງທີ່ສຳຄັນ ແຕ່ປະຈຸບັນຈະມີໂທລະສັບເປັນປັດໄຈທີ 5 ຂອງຊີວິດໄປແລ້ວ ບໍ່ວ່າຈະຕື່ນນອນ, ເຊົ້າ-ສວຍ-ແລງ ຈົນກະທັ່ງກ່ອນເຂົ້ານອນ ເກືອບຈະວາງຈາກໂທລະສັບບໍ່ໄດ້ເລີຍ
ເຊິ່ງບາງຄົນເຖິງຂັ້ນປິດໄຟນອນແລ້ວກໍຍັງຕິດໂທລະສັບ ມື້ນີ້ແອດຈະມາບອກຜົນກະທົບໃນການຫຼິ້ນໂທລະສັບກ່ອນນອນຕອນທີ່ປິດໄຟແລ້ວມີດັ່ງນີ້:
1.ເວລາຫຼິ້ນໂທລະສັບກ່ອນນອນ ແສງໄຟສີຟ້າຈະເຮັດໃຫ້ເຮົານອນຫຼັບຍາກ ກາຍເປັນຄົນນອນເດິກ ແລະເມື່ອນອນເດິກຕະຫຼອດ ກໍ່ຈະສົ່ງຜົນໃຫ້ຜິວເສຍບໍ່ມີຄວາມສົດໃສຮ່າງກາຍພັກຜ່ອນບໍ່ພຽງພໍນັ້ນເອງ
2.ການຫຼິ້ນໂທລະສັບໃນບ່ອນທີ່ແສງໜ້ອຍ ໂດຍສະເພາະຕອນທີ່ປິດໄຟຈະນອນແລ້ວ ສົ່ງຜົນຕໍ່ສາຍຕາຂອງເຮົາໂດຍກົງ ສາຍຕາຈະບໍ່ດີລົງເພາະດວງຕາຈະຕ້ອງເຮັດວຽກໜັກ ຫາກນອນແຄງຫຼິ້ນຈະເຮັດໃຫ້ນ້ຳໜັກໄປກົດທັບຕາອີກດ້ວຍ
3.ຄຸນນະພາບການນອນຫຼຸດລົງ ພືດຕິກຳການປິດໄຟແລ້ວມາຫຼິ້ນໂທລະສັບກ່ອນນອນ ເປັນການທີ່ລົບກວນດວງຕາແລະສະໝອງຫຼາຍ ແທນທີ່ຈະໄດ້ນອນພັກຜ່ອນແຕ່ຖືກກະຕຸ້ນໃຫ້ເຮັດວຽກດ້ວຍການຫຼິ້ນໂທລະສັບເຮັດໃຫ້ນອນບໍ່ຫຼັບ
4.ກາຍເປັນຄົນຕິດໂທລະສັບໂດຍບໍ່ຮູ້ໂຕ ຫ້າມໃຈຢຸດຫຼິ້ນຍາກຕອນທຳອິດຄິດໄວ້ວ່າຈັກ 10ນາທີຈະນອນແລ້ວ ແຕ່ຕວາມເປັນຈິງຫຼົງຫຼິ້ນໄປ 2-3ຊົ່ວໂມງກໍຍັງບໍ່ນອນຈັກເທື່ອ
5.ສ່ຽງເປັນໂລກຄຍດຊໍາເຮືອຊ່ວງກ່ອນເຂົ້ານອນສະໝອງຂອງເຮົາຄວນໄດ້ຮັບການພັກຜ່ອນ ບໍ່ຄວນທີ່ຈະມີຂໍ້ມູນຫຍັງເຂົ້າມາປັ້ນສະໝອງເພາະໃນໂທລະສັບນັ້ນມີຂ່າວສານຫຼາກຫຼາຍບາງທີກໍມີເລື່ອງຄຽດໃຫ້ຮັບຮູ້ກ່ອນນອນ
6.ເປັນອັນຕະລາຍຕໍ່ໄຕ ການຫຼິ້ນໂທລະສັບສົ່ງຜົນຕໍ່ລະບົບຮ່າງກາຍຄືໄຕ ແລະເຮັດໃຫ້ຜົມຫຼົ່ນດ້ວຍນອກຈາກນີ້ຍັງສົ່ງຜົນໃຫ້ອາລົມຫົດຫູ່ໄດ້ງ່າຍ.