ສະຫະລັດກຽມຂວ້ຳບາດຣັດເຊຍ ກໍລະນີເຮັດປະຊາມະຕິໃນ 4ແຄ້ວນຢູເຄຼນ
ສະຫະລັດກຽມຂວ້ຳບາດທາງເສດຖະກິດຕໍ່ຣັດເຊຍກໍລະນີການເຮັດປະຊາມະຕິໃນ 4ແຄ້ວນຂອງຢູເຄຼນ ສ່ວນຣັດເຊຍເລີ່ມເຜີຍຂະບວນການຝຶກທະຫານເກນ
ເນດ ໄພ ໂຄສົກທຳນຽບຂາວຂອງສະຫະລັດ ຖະແຫຼງດ້ວຍວ່ານອກຈາກກຽມປະກາດຂວ້ຳບາດທາງເສດຖະກິດຕໍ່ຣັດເຊຍດັ່ງກ່າວແລ້ວ
ສະຫະລັດຈະຮ່ວມມືກັບພັນທະມິດແລະຫຸ້ນສ່ວນເພື່ອເພີ່ມການກົດດັນຕໍ່ຣັດເຊຍຕໍ່ໄປ
ສຳລັບມາດຕາການຂວ້ຳບາດທີ່ຈະມີອອກກົດດັນຣັດເຊຍຈະລວມທັງການລົງໂທດໜ່ວຍງານລັດຖະບານແລະເຈົ້າໜ້າທີ່ຂອງຣັດເຊຍ ທັ້ງທີ່ຢູ່ພາຍໃນແລະພາຍນອກຣັດເຊຍ ທີ່ສະຫະລັດເຫັນວ່າມີສ່ວນສະໜັບສະໜູນການເຮັດປະຊາມະຕິໃນ 4ພາກພຶ້ນໃນຢູ່ເຄຼນ ປະກອບດ້ວຍ ໂດເນສ, ລູຮັນ, ເຄີຊັນ ແລະຊາໂປຣິເຊຍ ເພື່ອຮວບຮວມກັບຣັດເຊຍ.
ຂະນະທີ່ທາງການຣັດເຊຍເຜີຍວ່າ ການຝຶກທະຫານເກນທີ່ຫາກໍມາລາຍງານຕົວເຂົ້າປະຈຳການກັບກອງທັບຕາມຄຳສັ່ງລະດົມກຳລັງພົນຂອງປະທານາທິບໍດີວະລາດິມີ ປູຕິນຂອງຣັດເຊຍ ໄດ້ເລີ່ມຂຶ້ນແລ້ວໃນຫຼາຍສະຖານທີ່ທົ່ວປະເທດລວມທັງພາກພື້ນຣັອດສຕອັບທີ່ຢູ່ຕິດຊາຍແດນຢູເຄຼນແລະໃນແຄ້ວນໄຄເມຍທີ່ຣັດເຊຍໄດ້ຍຶດເອົາຈາກຢູເຄຼນໃນປີ 2014.