ສາວເຈັບໃຈ! ສັກລາຍແປກຫວັງອອກມາດີ ສຸດທ້າຍນ້ຳຕາຕົກໃນ
ເປັນອີກເລື່ອງໜຶ່ງທີ່ໜ້າເຫັນໃຈຫຼາຍ ເມື່ອເວັບໄຊຕ໌ຕ່າງປະເທດລາຍງານວ່າ ຍິງສາວທ່ານໜຶ່ງຕ້ອງພົບກັບເຫດການສຸດເຈັບໃຈ ຫຼັງລາາວໄດ້ຕັດສິນໃຈສັກລາຍສຸດແປກຫວັງຈະໃຫ້ມັນອອກມາເທ່ ແຕ່ສຸດທ້າຍກັບບໍ່ເປັນແບບທີ່ຄິດ ເຫັນຜົນງານເຖິງກັບນ້ຳຕາຕົກໃນ

ໂດຍລາຍງານລະບຸວ່າ ລາວຮູ້ສຶກເສຍໃຈຫຼາຍຫຼັງຈາກທີ່ລາວໄດ້ຕັດສິນໃຈສັກລາຍສຸດແປກ ເຊິ່ງຄວາມຈິງແລ້ວຕ້ອງຖືກເຊື່ອງໄວ້ໃນປາກທາງໃນ ແຕ່ຜົນປາກົດວ່າຮອຍສັກທີ່ໄດ້ມານັ້ນ ຜິດຕ່າງໄປຈາກທີ່ລາວຕ້ອງການຢ່າງສິ້ນເຊີງ ກາຍເປັນສິ່ງທີ່ໜ້າຢ້ານກົວແລະອັບອາຍ

ເຊິ່ງໂພສດັ່ງກ່າວລາວໄດ້ຮ້ອງໄຫ້ແລະໂຊປາກລຸ່ມທັ້ງນ້ຳຕາ ເຊິ່ງລາວຕັ້ງໃຈຈະສັກຄຳວ່າ “meow” ໄວ້ທາງໃນປາກລຸ່ມ ແຕ່ບໍ່ຮູ້ວ່າລາວສື່ສານກັບຊ່າງຜິດຫຼືຊ່າງເຮັດຜິດພາດກັນແທ້ ຈຶ່ງເຮັດໃຫ້ຮອຍສັກດັ່ງກ່າວອອກມາຢູ່ຂອບປາກແບບນີ້ ເປັນສິ່ງທີ່ລາວບໍ່ຕ້ອງການແລະເສຍໃຈຫຼາຍ.
