ຊາວຣັດເຊຍອອກນອກປະເທດກວ່າ 2ແສນຄົນ ຕັ້ງແຕ່ປູຕິນສັ່ງເກນທະຫານ

ຊາວຣັດເຊຍອອກນອກປະເທດກວ່າ 2ແສນຄົນ ຕັ້ງແຕ່ປູຕິນສັ່ງເກນທະຫານ

ຂໍ້ມູນຈາກລັດຖະບານຈໍເຈຍ ຄາຊັກສະຖານ ແລະສະຫະພາບຢູໂຣບຫຼື ອີຢູ ລະບຸມີຊາວຣັດເຊຍເດີນທາງອອກນອກປະເທດແລ້ວຢ່າງໜ້ອຍ 200.000ຄົນ ນັບຕັ້ງແຕ່ປະທານາທິບໍດີວະລາດິມີ ປູຕິນ ຂອງຣັດເຊຍ ສັ່ງລະດົມພົນຣັດເຊຍຄັ້ງທຳອິດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2ໃນອາທິດທີ່ຜ່ານມາ


ລັດຖະບານຄາຊັກສະຖານ ລາຍງານວ່າ ມີຊາວຣັດເຊຍ 98.000ຄົນ ເດີນທາງເຂົ້າປະເທດໃນອາທິດກ່ອນ ຂະນະທີ່ລັດຖະມົນຕີກະຊວງພາຍໃນຂອງຈໍເຈຍລະບຸວ່າ ມີຊາວຣັດເຊຍກວ່າ 53.000ຄົນ ເດີນທາງຈາກຣັດເຊຍເຂົ້າມາທີ່ຈໍເຈຍນັບຕັ້ງແຕ່ ປູຕິນ ສັ່ງລະດົມພົນ


ສ່ວນຟອນເທັກສຳນັກງານກິດຈະການຊາຍແດນຂອງ ອີຢູ ເຜີຍວ່າມີຊາວຣັດເຊຍເກືອບ 66.000ຄົນ ເດີນທາງເຂົ້າມາໃນປະເທດສະມາຊິກ ອີຢູ ໃນອາທິດທີ່ຜ່ານມາ ເພີ່ມຂຶ້ນຮ້ອຍລະ 30ເມື່ອທຽບກັບຊ່ວງດຽວກັນຂອງອາທິດກ່ອນ


ແນວໃດກໍດີ ໜັງສືພິມຂອງສະຫະລັດ ຕັ້ງຂໍ້ສັງເກດວ່າເປັນເລື່ອງຍາກທີ່ຈະຮູ້ຕົວເລກທີ່ແທ້ຈິງຂອງຊາງຣັດເຊຍທີ່ເດີນທາງອອກນອກປະເທດ ເນື່ອງຣັດເຊຍມີຊາຍແດນຕິດ 14ປະເທດ ຕັ້ງແຕ່ຈີນເກົາຫຼີເໜືອໄປຈົນເຖິງປະເທດໃນແຖບທະເລບອລຕິກ ແລະລັດຖະບານຂອງບາງປະເທດກໍບໍ່ໄດ້ເປີດເຜີຍຂໍ້ມູນຊາວຣັດເຊຍທີ່ເດີນທາງເຂົ້າປະເທດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page