ແນວໃດກໍ່ມີ! ກຸ່ມຄົນບໍ່ດີລັກຕັດສາຍກາບຢູ່ຫົວຫມໍ້ແປງ ບ້ານ ອີ່ໄລເໜືອ ເມືອງ ນາຊາຍທອງ

ແນວໃດກໍ່ມີ! ກຸ່ມຄົນບໍ່ດີລັກຕັດສາຍກາບຢູ່ຫົວຫມໍ້ແປງ ບ້ານ ອີ່ໄລເໜືອ ເມືອງ ນາຊາຍທອງ


ໃນວັນທີ່ 27 ກັນຍາ 2022 ເວລາ 10:10ໂມງ ຟຟລ ສາຂາໄຟຟ້ານະຄອນຫລວງ2 ສູນບໍລິການໄຟຟ້າເມືອງນາຊາຍທອງ ໄດ້ຮັບແຈ້ງຈາກປະຊາຊົນວ່າໄດ້ຍິນສຽງແຕກຢູ່ຫມໍ້ແປງ ແລະ ເມື່ອອອກກວດກາພົບວ່າມີກຸ່ມຄົນບໍ່ຫວັງດີ ມາລັກຕັດສາຍກາບຢູ່ຫົວຫມໍ້ແປງລົງໄປຫາຫມໍ້ນັບໄຟ ແລະ ພົບເຫັນຄີມຕັດຄາບໄວ້ເທິງຫມໍ້ແປງ ຢູ່ໂຮງງານເຈ້ຍ

ເຊີ່ງຕັ້ງທີ່ ບ້ານ ອີ່ໄລເໜືອ ເມືອງ ນາຊາຍທອງ ເຫດການດັ່ງກ່າວເຮັດໃຫ້ ໄຟສາຍແຈກ MSS 10.6 ຕົກ ແລະ ສາຍກາບຢູ່ຫມໍ້ແປງຂະຫນາດ 160 kVA ຖືກຕັດ ເປັນຫມໍ້ແປງສ່ວນຕົວ ດັ່ງນັ້ນ ທາງ ສູນບໍລິການໄຟຟ້າເມືອງນາຊາຍທອງ ໄດ້ສ້ອມແປງຕໍ່ຫົວບູຊີ້ງຄືນໃຫ່ມໃຫ້ໂຮງງານດັ່ງກ່າວ ແລະ ສຳເລັດລົງໃນເວລາ 13:40ໂມງຂອງວັນດຽວກັນດຽວກັນ.


ສຳລັບກຸ່ມຄົນບໍ່ຫວັງດີ ທາງ ສາຂາໄຟຟ້ານະຄອນຫລວງ2 ສູນບໍລິການໄຟຟ້າເມືອງນາຊາຍທອງ ໄດ້ປະສານສົບທົບກັບອຳນາດປົກຄອງບ້ານ ແລະ ປກສ ກຸ່ມບ້ານ ສືບຫາກຸ່ມຄົນດັ່ງກ່າວມາດຳເນີນຄະດີຕໍ່ໄປ.
ຖ້າທ່ານໃດພົບເຫັນ ຫລື ຮູ້ເບາະແສສາມາດແຈ້ງຜ່ານ☎️ ສາຍດ່ວນໄຟຟ້າລາວ, Call Center 1199 ຕະຫລອດ 24 ຊົ່ວໂມງ
( ການລັກອຸປະກອນໄຟຟ້າແມ່ນເປັນສິ່ງທີ່ຜິດກົດໝາຍ ແລະ ເປັນອັນຕະລາຍຕໍ່ກັບຊີວິດ )

Cr: ສາຂາໄຟຟ້ານະຄອນຫຼວງ1+2

Leave a Reply

Your email address will not be published. Required fields are marked *

You cannot copy content of this page