ໄບເດນກ່າວສະຫະລັດຈະບໍ່ມີວັນຍອມຮັບ ການລວມດິນແດນຢູເຄຼນຂອງຣັດເຊຍ

ໄບເດນກ່າວສະຫະລັດຈະບໍ່ມີວັນຍອມຮັບ ການລວມດິນແດນຢູເຄຼນຂອງຣັດເຊຍ

ປະທານາທິບໍດີໂຈ ໄບເດນ ຜູ້ນຳສະຫະລັດອາເມລິກາກ່າວວ່າ ສະຫະລັດ ຈະບໍ່ມີວັນ ຮັບຮອງຄວາມພະຍາຍາມຂອງຣັດເຊຍທີ່ຈະລວມດິນແດນໃນຢູເຄຼນ ຫຼັງທາງການຣັດເຊຍລະບຸວ່າ 4ແຄ້ວນໃນຢູເຄຼນ

ໄດ້ແກ່ ແຄ້ວນລູຮັນແລະແຄ້ວນໂດເນສ ທາງຕາເວັນອອກຂອງຢູເຄຼນແລະບາງສ່ວນຂອງແຄ້ວນຊາໂປຣິແລະແຄ້ວນເຄີຊອນ ທາງໃຕ້ຂອງຢູເຄຼນ ລົງປະຊໍາມະຕິເຫັນພ້ອມກັບຣັດເຊຍ ແຕ່ຢູເຄຼນແລະຕາເວັນຕົກປະຕິເສດການລົງປະຊາມະຕິດັ່ງກ່າວເປັນການຫຼອກລວງ


ປະທານາທິບໍດີ ໄບເດນ ກ່າວວ່າ ສະຫະລັດດຳເນີນມາດຕາການຂວ້ຳບາດຄັ້ງໃໝ່ຕໍ່ຣັດເຊຍອັນເປັນຜົນມາຈາກການລວມດິນແດນຢູເຄຼນເຂົ້າກັບຣັດເຊຍ “ ຂ້ອຍຕ້ອງການທີ່ຈະສະແດງຄວາມຊັດເຈນຫຼາຍກ່ຽວກັບເລື່ອງນີ້ວ່າ ສະຫະລັດຈະບໍ່ມີວັນ ຍອມຮັບການອ້າງສິດທິຂອງຣັດເຊຍໃນອານາເຂດອະທິປະໄຕຂອງຢູເຄຼນ”


ຄຳຖະແຫຼງຂອງຜູ້ນຳສະຫະລັດນີ້ມີຂຶ້ນກ່ອນປະທານາທິບໍດີວະລາດິມີ ປູຕິນ ຜູ້ນຳຮັດເຊຍ ທີ່ໜ້າຈະຖະແຫຼງມືນີ້ ເພື່ອປະກາດວ່າແຄ້ວນທັງ 4 ໃນຢູເຄຼນກຳລັງເຂົ້າກັບຣັດເຊຍ ຫຼັງທ່ານ ປູຕິນ ລົງນາມຮັບຮອງບາງສ່ວນຂອງແຄ້ວນຊາໂປຣິເຊຍແລະເເຄ້ວນເຄີຊອນເປັນດິນແດນເອກະລາດ ປູທາງໃຫ້ພື້ນທີ່ທັງສອງຜະນວກເຂົ້າກັບຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page