ໜຸ່ມລົ້ມທັ້ງຢືນ! ລົດຫຼູລາຄາເກືອບ 20ຕື້ກີບຖືກພາຍຸພັດໄຫຼໄປກັບກະແສນ້ຳ
ເປັນອີກເລື່ອງທີ່ໜ້າສົນໃຈຫຼາຍ ເມື່ອເວັບໄຊຕ໌ຕ່າງປະເທດລາຍງານວ່າ ໜຸ່ມຊາວອາເມລິກາ ທ່ານໜຶ່ງຕ້ອງພົບກັບເຫດການສຸດຊ້ຳໃຈ ຫຼັງຈາກທີ່ເຂົາຫາກໍຊື້ລົດຫຼູລາຄາເກືອບ 20ຕື້ກີບ ແຕ່ຖືກພາຍຸພັດໄຫຼໄປຕາມກະແສນ້ຳຕໍ່ໜ້າຕໍ່ຕາ.

ໂດຍລາຍງານລະບຸວ່າ ໜຸ່ມທ່ານນີໄດ້ຖອຍລົດຫຼູ McLaren P1 ສີເຫຼືອງ ທູນຄ່າກວ່າ 1ລ້ານໂດລາ ປຕ່ຜົນກະທົບຈາກພາຍຸເຮີຣິເຄນອຽນ ທີ່ພັດຖະຫຼົ່ມຊາຍຝັ່ງຟໍຣິດາ ເຮັດໃຫ້ລົດຫຼູຂອງເຂົາທີ່ຈອດຢູ່ໃນບ່ອນຈອດລົດ ຖືກນ້ຳຖ້ວມລົ້ນເຂົ້າມາເກືອບໝົດຫຼັງຄາລົດ ກ່ອນທີ່ກະແສນ້ຳໄຫຼແຮງຈະພັດໄຫຼອອກໄປທາງນອກຕໍ່ໜ້າຕໍ່ຕາ ໂດຍທີ່ບໍ່ສາມາດເຮັດຫຍັງໄດ້ເລີຍ

ທັ້ງນີໜຸ່ມເຈົ້າຂອງລົດເປີດເຜີຍວ່າ ລົດຫຼູຂອງເຂົາຖືກພັດໄປຕິດກັບຕົ້ນໄມ້ທີ່ໂຄ່ນລົ້ມ ນອກຈາກນີຍັງມີລົດຫຼູຄັນອື່ນໆ ຂອງເຂົາທີ່ຖືກນ້ຳພັດໄປຈົນຂວ້ຳແລະທັບກັນຫຼາຍຄັນເຊັ່ນກັນ ທັ້ງນີຫຼັງຈາກຫຼາຍຄົນເຫັນແລ້ວຕ່າງຮູ້ສຶກສົງສານເຂົາຫຼາຍ ພ້ອມສະແດງຄວາມເປັນຫ່ວງວ່າເຂົາກັບຄອບຄົວປອດໄພກໍດີແລ້ວ ເພາະລົດເພຍັງແປງໄດ້ ແຕ່ຄອບຄົວທີ່ດີຫາໃໝ່ຈາກໃສບໍ່ໄດ້ອີກແລ້ວ.
