ຟິນແລນປິດຊາຍແດນຣັດເຊຍ ຂະນະທີ່ປະຊາຊົນຫາທາງອອກນອກປະເທດ
ຟິນແລນປິດຊາຍແດນຫ້າມນັກທ່ອງທ່ຽວຣັດເຊຍຂ້າມພົມແດນເຂົ້າປະເທດໃນເວລາທ່ຽງຄືນ ຂະນະທີ່ຊາວຮັດເຊຍຈຳນວນຫຼາຍ ຫຼົບຫຼີອອກນອກປະເທດເພື່ອຫຼີດລ່ຽງການຖືກເກນໄປເປັນທະຫານ

ລັດຖະບານຟິນແລນ ຖະແຫຼງວ່າ ຟິນແລນຈະປິດຊາຍແດນຫ້າມນັກທ່ອງທ່ຽວຊາວຣັດເຊຍເຂົ້າ ໃນຊ່ວງທ່ຽງຄືນນີ້ ເຊິ່ງເທົ່າກັບເປັນການປິດເສັ້ນທາງ ທາງບົກໂດຍກົງທີ່ເຫຼືອຢູ່ແຫ່ງສຸດທ້າຍໃນການເຂົ້າສູ່ສະຫະພາບຢູໂຣບຫຼື ອີຢູ ສຳລັບຊາວຣັດເຊຍ ຂະນະທີ່ຊາວຮັດເຊຍຫຼາຍໝື່ນຄົນພະຍາຍາມຫຼີກລ່ຽງ ການຖືກເກນເປັນທະຫານເຂົ້າຮ່ວມສົງຄາມໃນຢູເຄຼນ
ໂດຍຍັງມີລົດໃຫຍ່ຈຳນວນຫຼາຍ
ຜ່ານດ່ານຊາຍແດນວາລີມາຢ່າງຕໍ່ເນື່ອງ ເຖິງແມ່ນວ່າການຈະລາຈອນຈະສະຫງົບລົງແລ້ວຫຼັງຈາກທ້າຍອາທິດ
ລັດຖະບານຟິນແລນຖະແຫຼງວ່າ ການເຄື່ອນໄຫວດັ່ງກ່າວຈະນຳໄປສູ່ການຫຼຸດລົງຂອງການຈະລາຈອນຂ້າມຊາຍແດນຢ່າງຫຼາຍ ຫຼັງມີຊາວຣັດເຊຍເກືອບ 17.000ຄົນ ຂ້າມຊາຍແດນເຂົ້າສູ່ຟິນແລນໃນຊ່ວງທ້າຍອາທິດ