ເຕືອນໄພ! ກິນຊີ້ນດາດນອກບ້ານ.. ພົບຝອຍເຫຼັກຂັດໝໍ້ຝັງເລິກໃນຄໍ
ໂຮງໝໍ ( ປະເທດໄທ ) ແຫ່ງໜຶ່ງໂພສຂໍ້ຄວາມເຕືອນປະຊາຊົນວ່າ ເຕືອນໄພຝອຍເຫຼັດຂັດໝໍ້ປົນໃນອາຫານແ ທ ງໃນລຳຄໍຕ້ອງຜ່າຕັດສຸກເສີນ
ກໍລະນີຕົວຢ່າງ ຜູ້ປ່ວຍກິນອາຫານນອກບ້ານ ຊີ້ນດາດ ດ້ວຍຄວາມແຊບ ມາຮູ້ສຶກໂຕອີກເທື່ອ ເມື່ອຈ່າຍເງິນແລ້ວ ຮູ້ສຶກເຈັບໃນລຳຄໍເວລາກືນນ້ຳລາຍ
ຈຶ່ງທົດລອງດື່ມນ້ຳຕາມເຂົ້າໄປ ຍິ່ງເຈັບປວດຫຼາຍຂຶ້ນ ອາຫານທີ່ຮັບປະທານກໍບໍ່ມີປະເພດປາ, ກະດູກແຕ່ຢ່າງໃດ ກັບໄປຮອດບ້ານຍິ່ງກືນນ້ຳລາຍ ຍິ່ງເຈັບປວດຫຼາຍຂຶ້ນ ໃຊ້ໄຟສາຍສ່ອງເບິ່ງໃນລຳຄໍກໍເບິ່ງບໍ່ເຫັນຫຍັງຜິດປົກກະຕິ ຈຶ່ງຕັດສິນໃຈເຂົ້າໂຮງໝໍ
ແພດຫ້ອງສຸກເສີນໃຊ້ເຄື່ອງມືສ່ອງໃນລຳຄໍກໍບໍ່ເຫັນສິ່ງແປກ ປ ອ ມ ຈຶ່ງເອັກເຊີເລສ່ວນລຳຄໍ ຜົນອອກມາວ່າມີສິ່ງແປກ ປ ອ ມ ຄ້າຍຄືໂລຫະຂະໜາດຍາວປະມານ 1.46ຊັງຕີແມັດ ແທງຝັງເລິກໃນສ່ວນລຳຄໍສ່ວນເລິກໃກ້ຝາປິດກ່ອງສຽງ ເເລະໄດ້ນຳເຂົ້າຫ້ອງຜ່າຕັດສ່ອງກ້ອງຊະນິດພິເສດ ເພື່ອສ່ອງເຂົ້າໄປພົບຊິນສ່ວນຝອຍເຫຼັກຂັດໝໍ້ແທງຝັງເລິກໃນຄໍແລະຜ່າຕັດເອົາອອກມາໄດ້ສຳເລັດຫາກປ່ອຍໄວ້ດົນອາການຈະເຈັບປວດຮຸນແຮງຫຼາຍຂຶ້ນຈະຕິດເຊື່ອຮຸນແຮງຕາມມາໄດ້.