7 ເລື່ອງຂອງຄວາມຮັກ ຈາກຄົນທີ່ມີຄູ່ຈະຕ້ອງພົບ
1.ເຮົາຈະຮູ້ສຶກສູນເສຍຄວາມສຳພັນ: ເພາະໃນຊ່ວງທຳອິດອາດຈະຮູ້ສຶກວ່າເຮົາກັບຄົນຮັກ ເຊື່ອມໃຈຫາກັນໄດ້ ແຕ່ບາງຄັ້ງກໍກັບຮູ້ສຶກວ່າກົງກັນຂ້າມກັນ
2.ເຮົາຈະທຳຮ້າຍຕົນເອງ: ທີ່ກ່າວມານັ້ນອາດບໍ່ແມ່ນການທຳຮ້າຍຮ່າງກາຍໂດຍກົງ ແຕ່ມັນຄືການໃຊ້ຄຳເວົ້າທຳຮ້າຍກັນປະຊົດກັນບໍ່ໃຫ້ກຽດກັນ
3.ເຮົາຈະບໍ່ໄດ້ຢູ່ຂ້າງກັນສະເໝີ: ເມື່ອຕອນເປັນແຟນກໍອາດມີເວລາຢູ່ດ້ວຍກັນດົນ ເຮັດຫຍັງກໍ່ວ່າດີໄປໝົດ ພໍແຕ່ງງານໄປແລ້ວ ເຮົາຈະມີຄວາມເປັນໂຕເອງຫຼາຍຂຶ້ນ
4.ເລື່ອງການແຕ່ງງານບໍ່ແມ່ນເລື່ອງຂອງໃຜຄົນໃດຄົນໜຶ່ງ: ເຊິ່ງເຮົາອາດຈະພົບບັນຫາ ທີ່ບໍ່ມີທາງແກ້ໄຂໄດ້ ແລະມັນອາດເປັນສິ່ງທີ່ເຮັດໃຫ້ເຮົາທຸກໃຈຢູ່ເປັນປະຈຳ
5.ຄວາມເຊື່ອໃຈຄືສິ່ງທີ່ດີສຳລັບຄູ່ຮັກ: ຖ້າເຮົາຄຽດເຂົາພຽງໜຶ່ງຄັ້ງ ຈາກນັ້ນຈະເຮັດໃຫ້ຄວາມຮັກສາມາດຫຼຸດລົງໄດ້ ແລະຈະຕໍ່ແນວໃດກໍບໍ່ມີທາງເປັນແບບເກົ່າໄດ້ແນ່ນອນ.
6.ມັກມີຄວາມຄິດແປກໆຢູ່ຕະຫຼອດ: ຄິດວ່າການແຕ່ງງານ ມັນຄືກັບການປິດປ້າຍຫ້າມສະແດງໃຫ້ເຫັນວ່າເຮົາມີເຈົ້າຂອງແລ້ວ.
7.ບາງຄັ້ງເຮົາຮູ້ສຶກເບື່ອກັນ: ຍ້ອນການມີຄູ່ມັນບໍ່ໄດ້ຫວານຫອມສະເໝີໄປ ແຕ່ມັນຈະມີບາງຊ່ວງທີ່ເຮົາຈະຮູ້ສຶກເບື່ອກັນເອງແບບບໍ່ຮູ້ໂຕ.