7 ພຶດຕິກຳທຸກຍາກລຳບາກແນ່ນອນ ໃຜທີ່ເຮັດນິໄສແບບນີ້ຢູ່ຄວນຢຸດ
1.ບໍ່ຮູ້ວ່າ ຈຳເປັນ ຫຼືພຽງ ຕ້ອງການ: ງ່ານທີ່ສຸດກໍຄືຕ້ອງຮູ້ວ່າສິ່ງໃດຕ້ອງມີ( ຈຳເປັນ) ຂາດໄປແລ້ວຈະໃຊ້ຊີວິດບໍ່ໄດ້ເຊັ່ນ: ປັດໄຈ 4ຫຼືສິ່ງໃດ ມີກໍດີບໍ່ມີກໍໄດ້ ( ຕ້ອງການ) ຫາກບໍ່ມີແລ້ວຍັງໃຊ້ຊີວິດໄດ້ ແຕ່ກຫາກມີແລ້ວມັນສົ່ງເສີມເຮົາ ເຮັດຊີວິດໃຫ້ດີຂຶ້ນ
2.ຄິດວ່າບໍ່ຮອດເວລາທີ່ຈະອອມ: ທຸກມື້ນີ້ຫຼາຍຄົນຕື່ນຕາຕື່ນໃຈກັບສິ່ງອ້ອມຂ້າງ ອັນນີ້ກໍແມ່ນ, ອັນນີ້ກໍຢາກໄດ້ ແລະສິ່ງເຫຼົ່ານີແລະມັນເຮັດໃຫ້ເຮົາເສຍຊັບຢູ່ເລື່ອຍໆ ອາດເປັນພຽງຄວາມຕ້ອງການ ເຮົາຈະບໍ່ມີສິ່ງເຫຼົ່ານີ້ກໍໄດ້ຫຼືມີກໍໄດ້.
3.ໃຊ້ເງິນເພີ່ມຂຶ້ນຢູ່ຕະຫຼອດ: ບໍ່ຜິດທີ່ຄິດວ່າຢາກມີຊີວິດທີ່ດີກວ່າເກົ່າ ແຕ່ຢ່າລືມວ່າຊີວິດທີ່ດີນັ້ນເຮົາບໍ່ຈຳເປັນຕ້ອງມາກັບລາຍຈ່າຍທີ່ຫຼາຍກໍໄດ້ ລອງໃຊ້ຊີວິດໃຫ້ງ່າຍຂຶ້ນຢຸດເປັນນັກສະສົມຊີວິດເຮົາກໍດີຂຶ້ນໄດ້.
4.ບໍ່ເຄີຍຈົດກ່ຽວກັບໃຊ້ຈ່າຍ: ເວລາເຮັດວຽກເຈົ້ານາຍສັ່ງຈົດທຸກເລື່ອງທີ່ເຂົາບອກ ເຮັດເພື່ອຄົນອື່ນແຕ່ກັບຕົນເອງບໍ່ເຄີຍຈົດເລື່ອງເງິນ ທັ້ງທີ່ເປັນເລື່ອງທີ່ດີກັບຕົນເອງ ແຕ່ເພາະຄິດວ່າເຮົາຮູ້ຢູ່ແລ້ວວ່າຮັບຈ່າຍອອມໄປເທົ່າໃດ
5.ອານາຄົດຕົນເອງເປັນແນວໃດບໍ່ສົນ: ພົບບັນຫາຫຼາຍຄົນເລືອກທີ່ຈະຍ່າງໜີ, ບ່າຍບ່ຽງໄປເຮັດແບບອື່ນທີ່ໜີບັນຫາກໍ່ຍັງກອງຢູ່ຕໍ່ໜ້າບໍ່ໄປໃສ ແລ້ວບາງທີມັນອາດໜັກຂຶ້ນ ຈົນເຂົ້າວິກິດໃນເລື່ອງຂອງການເງິນ
6.ບໍ່ສົນໜີ້ສິນເລີຍ: ໜ້ອຍຄົນທີ່ບໍ່ມີໜີ້ ແຕ່ຄົນທີ່ມີໜີ້ຫຼາຍກັບບໍ່ໃຫ້ຄວາມສຳຄັນກັບການຊຳລະໜີ້ ແລະນັ້ນກໍອາດເຮັດໃຫ້ພວກເຂົາເຫຼົ່ານັ້ນ ຕົກຢູ່ໃນວັງວົນຂອງໜີ້ ເພາະໄດ້ເງິນມາເມື່ອໃດກໍມ່ວນກັບການໃຊ້ຈ່າຍກ່ອນ
7.ບໍ່ເຄີຍຕັ້ງງົບຂອງການໃຊ້ຈ່າຍ: ບໍ່ມີການຕັ້ງງົບຄ່າໃຊ້ຈ່າຍເລື່ອງການເງິນ ຈະຊື້ເຄື່ອງໃຊ້, ຊື້ເສື້ອຜ້າກໍຈັດເຕັມ ແລ້ວສຸດທ້າຍເປັນແນວໃດກໍເກີນຄວາມຈຳເປັນເກີນກຳລັງຂອງຕົນເອງ ແລະກາຍເປັນໜີ້ໃນທ້າຍທີ່ສຸດວິທີການທີ່ງ່າຍກໍຄື ຕັ້ງງົບປະມານການໃຊ້ຈ່າຍ.