ປູຕິນໄດ້ລົງນາມລວມ 4ແຄ້ວນຢູເຄຼນຢ່າງເປັນທາງການແລ້ວ
ປະທານາທິບໍດີວະລາດິມີ ປູຕິນ ຜູ້ນຳຣັດເຊຍລົງນາມລວມດິນແດນຢູເຄຼນທີ່ຣັດເຊຍຍຶດຄອງເຂົ້າກັບຣັດເຊຍ ໄດ້ແກ່ແຄ້ວນຊາໂປຣິເຊຍ, ແຄ້ວນໂດເນສ ,ແຄ້ວນຣູຮັນ ແລະແຄ້ວນເຄີຊອນ ທີ່ຫ້ອງໂຖງໃຫຍ່ຂອງພະລາດຊະວັງເຄຣມລິນໃນກຣຸງມອສໂກ
ທ່າມກາງເຈົ້າໜ້າທີ່ຣັດເຊຍທີ່ເປັນສັກຂີ ລວມເຖິງນາຍພົນ ເຊີເກ ຊອຍກູ ລັດຖະມົນຕີປ້ອງກັນຣັດເຊຍ ແລະ ທ່ານ ເຊເກ ລາຣັອບ ລັດຖະມົນຕີ ຕ່າງປະເທດຮັດເຊຍ ຕະຫຼອດຈົນຜູ້ນຳທີ່ຣັດເຊຍແຕ່ງຕັ້ງຂອງ 4ແຄ້ວນຢູເຄຼນ
ທ່ານ ປູຕິນ ແລະຜູ້ນຳທັງ 4ແຄ້ວນ ຂອງຢູເຄູນຕ່າງລົງນາມເອກະສານທາງການ ທ່າມກາງສຽງຕົບມືໃນຫ້ອງໂຖງໃຫຍ່ ຂະນະທີ່ຜູ້ນຳທັງສີ່ແຄ້ວນແນຳນຳໂຕ ເມື່ອສຳເລັດພິທີ ທ່ານປູຕິນແລະຜູ້ນຳທັງ 4ແຄ້ວນຢືນຄຽງຂ້າງຕໍ່ໜ້າຜູ້ເຂົ້າຮ່ວມທີ່ສົ່ງສຽງຮ້ອງ ຣັດເຊຍ! ຣັດເຊຍ! ຣັດເຊຍ!
ກ່ອນພິທີລົງນາມທ່ານປູຕິນຂໍໃຫ້ຜູ້ເຂົ້າຮ່ວມພິທີສະຫງົບ ເພື່ອລະນຶກທະຫານຜູ້ກ້ານຫານທີ່ເສຍຊີວິດຈາກການຕໍ່ສູ້ເພື່ອດິນແດນໃນຢູເຄຼນລະຫວ່າງປະຕິບັດການພິເສດທາງທະຫານ ທ່ານ ປູຕິນ ກ່າວວ່າຕົນຕ້ອງການໃຫ້ທຸກຄົນໃນຢູເຄຼນແລະຕາເວັນຕົກໄດ້ຍິນວ່າ ປະຊາຊົນໃນພາກພື້ນດອນບາສຈະກາຍເປັນພົນລະເມືອງຣັດເຊຍຕະຫຼອດການ ແລະຣັດເຊຍຈະປົກປ້ອງດິນແດນດ້ວຍວິທີການທັງໝົດທີ່ຣັດເຊຍມີເພື່ອໃຫ້ປະຊາຊົນມີຊີວິດປອດໄພ.