ເຊເລນສກີ ຂໍເຂົ້າຮ່ວມນາໂຕແບບເລັ່ງດ່ວນ ຫຼັງຣັດເຊຍພະຍາຍາມລວມ 4ແຄ້ວນ
ປະທານາທິບໍດີໂວໂລດິມີ ເຊເລນສກີ ຜູ້ນຳຢູເຄຼນກ່າວວ່າ ຕົນກຳລັງຂໍສະຖານະສະມາຊິກອົງການສົນທິສັນຍາແອດແລນຕິກເໜືອ ( ນາໂຕ) ແບບເລັ່ງດ່ວນ ຫຼັງປະທານາທິບໍດີ ປູຕິນ ຜູ້ນຳຣັດເຊຍ ພະຍາຍາມລວມ 4ແຄ້ວນຢູເຄຼນທີ່ຣັດເຊຍຍຶດຄອງ
ໄດ້ແກ່ ແຄ້ວນລູຮັນ ແລະແຄ້ວນໂດເນສ ທາງຕາເວັນອອກຂອງຢູເຄຼນ ແລະບາງສ່ວນຂອງແຄ້ວນຊາໂປຣິເຊຍ ແລະແຄ້ວນເຄີຊອນ ທາງໃຕ້ຂອງຢູເຄຼນ.
ທ່ານ ເຊເລນສກີ ໂພສຂໍ້ຄວາມວ່າ ເຮົາພິສູດຄວາມເຂົ້າກັນໄດ້ຂອງເຮົາກັບມາດຕາຖານຂອງພັນທະມິດ ( ນາໂຕ ) ແລ້ວເຮົາກຳລັງດຳເນີນການຢ່າງເດັດຂາດໂດຍການລົງນາມໃບສະໝັກຂອງຢູເຄຼນສຳລັບການເຂົ້າຮ່ວມນາໂຕແບບເລັ່ງດ່ວນ
ນອກຈາກນີ້ ທ່ານເຊເລນສກີ ກ່າວຫຼັງປະຊຸມສຸກເສີນຂອງສະພາຄວາມໝັ້ນຄົງແລະກະຊວງປ້ອງກັນຂອງຢູເຄຼນວ່າ ຟິນແລນແລະສະວີເດນເລີ່ມຂະບວນການດັ່ງກ່າວເພື່ອເຂົ້າຮ່ວມນາໂຕໂດປາສະຈາກການເຂົ້າຮ່ວມແຜນການໄດ້ຮັບສະຖານະສະມາຊິກຢ່າງເປັນທາງການ
ດັ່ງນັ້ນເພື່ອຄວາມເປັນທຳຢູເຄຼນຕ້ອງໄດ້ສິດທິດັ່ງກ່າວເຊັ່ນກັນ ທ່ານ ເຊເລນສກີ ຍັງອ້າງເຖິງການຮຽກຮ້ອງການຟື້ນຟູການເຈລະຈາລະຫວ່າງຢູເຄຼນແລະຣັດເຊຍວ່າ ປະເທດຂອງເຮົາພະຍາຍາມຕະຫຼອດທີ່ຈະຢູ່ຮ່ວມກັນຢ່າງສັນຕິ ໃນເງື່ອນໄຂຢ່າງເທົ່າທຽມກັນ, ມີກຽດແລະຍຸຕິທຳ ແລະຊີວ່າ ການເຈລະຈາສັນຕິພາບກັບທ່ານປູຕິນເປັນໄປບໍ່ໄດ້