7ເລື່ອງທີ່ຕ້ອງຮຽນຮູ້ ເມື່ອຄົບໃຜຈັກຄົນຢ່າໃຫ້ໃຈກັບເຂົາໄວເກີນໄປ
1.ຈົນກວ່າຈະພົບຄົນທີ່ເຂົາຮັກເຮົາໝົດໃຈ: ໃນຂະນະດຽວກັນກໍເຮັດໃຫ້ເຮົາຮັກຕົນເອງຫຼາຍຂຶ້ນ ຍ້ອນຄວາມຈິງແລ້ວຄວາມຮັກນັ້ນ ບໍ່ມີຄຳວ່າຜິດ, ຖືກ ຄວາມຮັກບາງທີມັນກໍບໍ່ມີເຫດຜົນ ແຕ່ຄວາມຮັກທີ່ດີຄວນຊັດເຈນມີຄວາມສຸກ
2.ຈົນກວ່າຈະຮັກໃຜຫຼາຍໆທີ່ຈະປ່ອຍວາງເປັນ: ຮັກທີ່ເປັນຫຼາຍກວ່າການຍຶດຕິດຫຼືການເຫັນແກ່ໂຕ ມັນເປັນການເບິ່ງໄກຫຼາຍກວ່າພຽງຄວາມສຸກຕົນເອງ ຫາກມັນບໍ່ດີກໍພຽງຖອຍອອກມາໃຫ້ຊ່ວງເວລານັ້ນເປັນຊ່ວງທີ່ມີຄວາມສຸກເປັນຄວາມຊົງຈຳທີ່ດີກໍພໍແລ້ວ.
3.ຈົນກວ່າຈະພົບຄົນທີ່ເຮັດໃຫ້ບໍ່ຕ້ອງຄາດຫວັງຫຍັງ: ແບບວ່າບໍ່ຕ້ອງຂໍຫຍັງຫຼືສິ່ງສຳຄັນສຳລັບເຂົາ ມັນຈະເປັນເລື່ອງສຳຄັນຕໍ່ເຂົາເຊັ່ນກັນ ຈົ່ງເລື່ອກຄົນທີ່ຄົບແລ້ວສະບາຍໃຈ
4.ຈົນກວ່າຈະພົຢບກັບຄົນທີ່ຊັດເຈນກັບເຮົາ: ແລະເຮົາມີໂຕຕົນໃນໂລກຂອງເຂົາ ຖ້າເຂົາຮັກເຮົາຄຳວ່າຊັດເຈນບໍ່ແມ່ນເລື່ອງຍາກ ເຮົາສົງໄສຄົນທີ່ບໍ່ຊັດເຈນຕ່າງຫາກຈະເຮັດໃຫ້ມັນຫຍຸ້ງຍາກເພື່ອຫຍັງ
5.ຈົນກວ່າຈະເປັນຮີໂລ່ຂອງຕົນເອງ: ເພາະທຸກຄົນມີພາລະມີໜ້າທີ່ຂອງຕົນເອງທີ່ຕ້ອງເຮັດສະເໝີ ຄວາມສຸກຫຼັກໆຂອງເຮົາຄວນສ້າງໄດ້ຈາກໂຕເຮົາເອງ ຢ່າໃຫ້ຄວາມສຸກຂອງເຮົາໄປຂຶ້ນຢູ່ກັບໃຜ
6.ຈົນກວ່າຈະພົບຄົນທີ່ເຂົາຮັກເຮົາແທ້ ຮັກຢ່າງຈິງໃຈ: ທັງເຮົາກໍຮັກເຂົາໂດຍທີ່ບໍ່ເສຍຄວາມເປັນໂຕເອງໄປພ້ອມ ເພາະເຂົາຮັກເຮົາທຸກຢ່າງທີ່ເປັນເຮົາແລະເຮົາກໍບໍ່ໄປປ່ຽນໄປຄາດຫວັງຫຍັງຈາກເຂົາ.