ເກົາຫຼີໃຕ້ເພີ່ມກຳລັງການຊ້ອມຮົບຮ່ວມສະຫະລັດ ເພື່ອຕອບໂຕ້ເກົາຫຼີເໜືອ

ເກົາຫຼີໃຕ້ເພີ່ມກຳລັງການຊ້ອມຮົບຮ່ວມສະຫະລັດ ເພື່ອຕອບໂຕ້ເກົາຫຼີເໜືອ

ປະທານາທິບໍດີເກົາຫຼີໃຕ້ ປະກາດເພີ່ມກຳລັງການຊ້ອມຮົບກັບສະຫະລັດເພື່ອຕອບໂຕ້ເກົາຫຼີເໜືອຍິງຂີປະນາວຸດ
ປະທານາທິບໍດີຍຸນ ຊ໋ອກຍໍ ຜູ້ນຳເກົາຫຼີໃຕ້ປະນາມໃນສິ່ງທີ່ເຂົາຮຽກວ່າ ເປັນການຍຸແຍ່ທາງທະຫານເມື່ອບໍ່ດົນມານີ້ຈາກເກົາຫຼີເໜືອ ແລະປະກາດເພີ່ມກຳລັງການຊ້ອມຮົບຮ່ວມກັບສະຫະລັດ


ໂດຍປະທານາທິບໍດີ ຍຸນ ຖະແຫຼງວ່າ ກອງບັນຊາການກອງທັບເຍຍອງແດ ທາງໃຕ້ຂອງກຮຸງໂຊ ເນື່ອງໃນໂອກາດວັນກອງທັບເກົາຫຼີໃຕ້ປີທີ 74ລະບຸວ່າ ລັດຖະບານເກົາຫຼີໃຕ້ຈະເພີ່ມກຳລັງການຊ້ອມຮົບຮ່ວມກັບສະຫະລັດ ເພື່ອຕອບໂຕ້ຢ່າງເຂັ້ມແຂງຕໍ່ການຍຸແຍ່ຂອງເກົາຫຼີເໜືອ ຫາກເກົາຫຼີເນືອພະຍາຍາມໃຊ້ອາວຸດນິວເຄຼຍ ເກົາຫຼີເໜືອຈະຕ້ອງປະເຊີນການຕອບໂຕ້ທີ່ຮຸນແຮງແລະເໜືອກວ່າຂອງກອງທັບສະຫະລັດແລະກອງທັບເກົາຫຼີໃຕ້.


ກ່ອນໜ້ານີ້ກອງທັບເກົາຫຼີໃຕ້ເປີດເຜີຍວ່າ ເກົາຫຼີເໜືອຍິງຂີປະນາວຸດພິໄສໃກ້ 2ລູກຕົກທະເລ ນອກຊາຍຝັ່ງຕາເວັນອອກ ນັບເປັນການຍິງຂີປະນາວຸດຄັ້ງທີ 4ໃນຮອບ 1ອາທິດຂອງເກົາຫຼີເໜືອ ສົ່ງຜົນໃຫ້ສະຖານະການເທິງຄາບມະຫາສະໝຸດເກົາຫຼີທະວີຄວາມຕຶງຄຽດ.


ການຍິງຂີປະນາວຸດຂອງເກົາຫຼີເໜືອມີຂຶ້ນ ຫຼັງກອງທັບເຮືອເກົາຫຼີໃຕ້, ສະຫະລັດ ແລະຍີ່ປຸ່ນ ຮ່ວມກັນຊ້ອມຮົບສາມຝ່າຍ ຕໍ່ຕ້ານເຮືອດຳນ້ຳ ນັບເປັນຄັ້ງທຳອິດໃນຮອບ 5ປີ ທີ່ມີການຊ້ອມຮົບໄຕມາດຂອງປະເທດເຫຼົ່ານີ້ ຫຼັງຮອງປະທານາທິບໍດີກົມລາ ຂອງສະຫະລັດ ເດີນທາງເຢືອນພາກພື້ນອາຊີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page