ອີກແລ້ວ!ພົບເຫັນຮ່າ ງຄົນເສຍຊີວິດຍັດໃສ່ເປົາລອຍນ້ຳມາ

ອີກແລ້ວ!ພົບເຫັນຮ່າ ງຄົນເສຍຊີວິດຍັດໃສ່ເປົາລອຍນ້ຳມາ

ອິງຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກັນຍາ 2022 ຜ່ານມານີ້ ໄດ້ມີປະຊາຊົນ ບ້ານທາດ ເມືອງໂພນໂຮງ ແຂວງວຽງຈັນພົບເຫັນຮ່າ ງຄົນເສຍຊີວິດ ( ບັນຈຸໃສ່ໃນເປົາ)

ຖິ້ ມລົງນ້ຳລີກຂອບເຂດບ້ານຂາມ ເມືອງໂພນໂຮງ ຫຼັງຈາກນັ້ນໄດ້ແຈ້ງຫາເຈົ້າໜ້າທີ່ຕຳຫຼວດວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ນິຕິວິທະຍາ ປກສ ເມືອງໂພນໂຮງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊັນນະສູດ ແລະ ສະຖານທີ່ເກີດເຫດ ຈື່ງໄດ້ຮູ້ວ່າ ຜູ້ເສຍຊີວິດ ຊື່ ທ້າວ ຕູຫາຍຢ່າງ, ອາຍຸ 37 ປີ, ເຊື້ອຊາດ-ສັນຊາດຈີນ,

ຜູ້ກ່ຽວມາດຳເນີນທຸລະກິດຢູ່ໂຮງງານຫຼອມເຫຼັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ປະຈຸບັນເຈົ້າທີ່ຕໍາຫຼວດ ປກສ ແຂວງວຽງຈັນໄດ້ມອບໃຫ້ກົມນິຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບນຳໄປເກັບຮັກສາໄວ້ ພ້ອມທັງພົວພັນຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ, ສ່ວນສາເຫດຕົວຈິງຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.



ລານງານ. ຂ່າວ ວັນນີ້
ແຫລ່ງຂ່າວ. ປກສ ແຂວງວຽງຈັນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page