ສູ້ຈົນກວ່າຈະຊະນະ!ສະຫະລັດກຽມໃຫ້ເງິນຢູເຄຼນທຸກເດືອນ ຈົນກວ່າສົງຄາມຈະຢຸດ
ສະຫະລັດມີຄວາມຕັ້ງໃຈຈະໃຊ້ເງິນສະໜັບສະໜູນຊ່ວຍເຫຼືອຢູເຄຼນ 1.500ລ້ານໂດລາຕໍ່ເດືອນ ຕະຫຼອດການເຮັດສົງຄາມກັບຣັດເຊຍແລະກຳລັງຊຸກຍູ້ໃຫ້ບັນດາພັນທະມິດຢູໂຣບທັງຫຼາຍດຳເນີນການແບບດຽວກັນ
ລັດຖະບານຂອງໄບເດນເຊິ່ງຫາກໍລົງນາມໃນເງິນຊ່ວຍເຫຼືອແບບໃຫ້ລ້າ 4.500ລ້ານໂດລາ ຄວບຄຸມຕະຫຼອດທັງປີ ໄດ້ເປີດສາກເຈລະຈາກັບບັນດາເຈົ້າໜ້າທີ່ສະຫະພາບຢູໂຣບໄປແລ້ວໃນປະເດັນນີ້ໃນນັ້ນລວມເຖິງບໍ່ຮອດມື້ທີ່ຜ່ານມາ ແລະໄດ້ເລັ່ງໃຫ້ຢູໂຣບດຳເນີນການຫຼາຍກວ່າທີ່ເປັນຢູ່ໃນການສະໜັບສະໜູນຢູເຄຼນ ແຫຼ່ງຂ່າວເຊິ່ງບໍ່ເປີດເຜີຍນາມກ່າວອ້າງ
ເຊິ່ງອີຢູ ມີຄວາມແຕກແຍກກັນພາຍໃນກ່ຽວກັບຄຳສັນຍາມອບຄວາມຊ່ວຍເຫຼືອທີ່ຜ່ານມາ ດັ່ງນັ້ນພັນທະມິດຈຶ່ງມີການເຈລະຈາຫາລືກັນກ່ຽວກັບກົນໄກປົກກະຕິນຶ່ງທີ່ຈະສາມາດຊ່ວຍປະຄອງໃຫ້ເສດຖະກິດຂອງຢູເຄຼນຢູ່ຮອທ່າມກາງສົງຄາມທີ່ແກ່ຍາວ ແຫຼ່ງຂ່າວທ່ານໜຶ່ງລະບຸ ສ່ວນອີກຄົນເສີມວ່າຈະມີສຽງຮຽກຮ້ອງໜັກໜ່ວງຂຶ້ນໃນສະພາຄອງເກດສະຫະລັດ ສຳລັບຂໍໃຫ້ໝູ່ມວນພັນທະມິດຊ່ວຍແບ່ງເບົາພາລະຫຼາຍກວ່າເກົ່າ.