ຕຸຣາກີບໍ່ຮັບຮອງໃບສະໝັກເຂົ້ານາໂຕ້ຂອງ ສະວີເດນແລະຟິນແລນ

ຕຸຣາກີບໍ່ຮັບຮອງໃບສະໝັກເຂົ້ານາໂຕ້ຂອງ ສະວີເດນແລະຟິນແລນ

ຜູ້ນຳຕວກກີເຜີຍ ຍັງບໍ່ພິຈາລະນາຮັບຮອງໃນສະໝັກເຂົ້າເປັນສະມາຊິກອົງການສົນທິສັນແອດແລນຕິກເໜືອ ຫຼືນາໂຕຂອງສະວີເດນແລະຟິນແລນ ຊີ້ຈະຍັງຈັບຕາຢ່າງໃກ້ຊິດວ່າທັງສອງປະເທດຈະສາມາດຮັກສາສັນຍາ ແລະດຳເນີນການຕາມເງື່ອນໄຂທີ່ຕົກລົງກັນໄວ້ໄດ້ຫຼືບໍ່


ປະທານາທິບໍດີ ເຣເຊບ ເທຍິບ ແອໂດອັນ ຂອງຕວກກີກ່າວເຖິງທ່າທີລ່າສຸດຂອງຕວກກີຕໍ່ການທີ່ສະວີເດນແລະຟິນແລນສະໝັກເຂົ້າເປັນສະມາຊິກອົງການສົນທິສັນຍາແອດແລນຕິກຫຼືນາໂຕວ່າ ຈຸດຢືນແລະນະໂຍບາຍທັງໝົດຂອງລັດຖະບານຕວກກີທີ່ມີຕໍ່ເລື່ອງນີ້ຍັງບໍ່ໄດ້ປ່ຽນແປງ ໂດຍຍັງຄົງຈັບຕາຢ່າງໃກ້ຊິດວ່າ ທັງສອງປະເທດຈະສາມາດຮັກສາສັນຍາແລະດຳເນີນການຕາມເງື່ອນໄຂທີ່ຕົກລົງກັນໄວ້ໄດ້ຫຼືບໍ່


ທັ້ງນີອົງການນາໂຕ ຕວກກີ, ສະວີເດນ ແລະ ຟິນແລນ ລົງນາມຮ່ວມກັນໃນເດືອນມີຖຸນາທີ່ຜ່ານມາ ເປັນການເຫັນພ້ອມຮ່ວມກັນໃນຫຼັກການປູທາງໃຫ້ຟິນແລນແລະສະວີເດນ ກຽມເປັນສະມາຊິກນາໂຕ ພາຍໃຕ້ເງື່ອນໄຂຫຼາຍປະການ ໂດຍທີ່ມີການເປີດເຜີຍຄືການທີ່ສະວີເດນແລະຟິນແລນບຸຕິມາດຕາການຜິດລ້ອມດ້ານອາວຸດຕໍ່ລັດຖະບານຕວກກີທີ່ມີຜົນຕັ້ງແຕ່ປີ 2019ເພື່ອປະທ້ວງການທີ່ຕວກກີເຂົ້າໄປປະຕິບັດການທາງທະຫານໃຫ້ຊີເຣຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page