ໂຄງການກໍ່ສ້າງ ຕະຫລາດວັດທະນະທຳນາໆຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳໃກ້ສຳເລັດປີນີ້

ໂຄງການກໍ່ສ້າງ ຕະຫລາດວັດທະນະທຳນາໆຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳໃກ້ສຳເລັດປີນີ້

ຂປລ. ໂຄງການກໍ່ສ້າງຕະຫລາດວັດທະນະທຳນາໆຊາດ ຫລື ຕະຫລາດນໍ້າ ເປັນໜຶ່ງໃນໂຄງການທີ່ມີຄວາມສຳຄັນຕໍ່ກັບການພັດທະນາຕົວເມືອງ ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍຄື ສປປ ລາວ ເພາະໂຄງການນີ້ຈະກາຍເປັນສະຖານທີ່ທ່ອງທ່ຽວໃໝ່ອີກໜຶ່ງແຫ່ງ, ນອກຈາກສະຖານທີ່ອື່ນໆ ທີ່ເຄີຍເປີດໃຫ້ນັກທ່ອງທ່ຽວໄດ້ເຂົ້າມາສຳພັດ.


ໂຄງການດັ່ງກ່າວໃຊ້ງົບປະມານໃນການລົງທຶນຫລາຍກວ່າ 100 ລ້ານໂດລາສະຫະ ລັດ, ໃນເນື້ອທີ່ 7 ເຮັກຕາ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ເຊິ່ງມາຮອດປັດຈຸບັນການກໍ່ສ້າງສຳເລັດຫລາຍກວ່າ 50% ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2022 ນີ້.


ຕະຫລາດວັດທະນະທຳນາໆຊາດ ເມື່ອສ້າງສຳເລັດ ຈະປະກອບມີໂຮງແຮມ, ຕະ ຫລາດນ້ຳ, ຮ້ານກາເຟ, ຮ້ານອາຫານ, ສະຖານບັນເທີງ ແລະ ກິດຈະກຳອື່ນໆ, ສ້າງຂຶ້ນໃນຮູບແບບອະນຸລັກປະເພນີ ແບບປະສົມປະສານກັບຄວາມທັນສະໄໝ ເຊິ່ງຈະກາຍເປັນສູນກາງ ຫລື ແລນມາກແຫ່ງໃໝ່ ທີ່ຈະດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດຈາກທົ່ວທຸກມູມໂລກ ເຂົ້າມາທ່ຽວຊົມທີ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ.


ຂ່າວ: ສຸກສະຫວັດ
ຂໍ້ມູນ: ເຂດເສດຖະກິດພິເສດສາມຫລ່ຽມຄຳ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page