( ຈະລວຍຫຼືທຸກ ) ສອນລູກໃຫ້ຮູ້ຈັກຄວາມລຳບາກຕັ້ງແຕ່ນ້ອຍ ມື້ໜຶ່ງຫາກບໍ່ມີເຮົາເຂົາຈະຮູ້ຈັກຢືນດ້ວຍຕົນເອງ.

( ຈະລວຍຫຼືທຸກ ) ສອນລູກໃຫ້ຮູ້ຈັກຄວາມລຳບາກຕັ້ງແຕ່ນ້ອຍ ມື້ໜຶ່ງຫາກບໍ່ມີເຮົາເຂົາຈະຮູ້ຈັກຢືນດ້ວຍຕົນເອງ.

ພໍ່ແມ່ທຸກຄົນກໍ່ຕ່າງຮັກລູກຕົນເອງໝົດ ແຕ່ກໍມີພໍ່ແມ່ຫຼາຍໆຄົນ ທີ່ຮັກລູກໃນແບບທີ່ຜິດວິທີ ເພາະຢ້ານລູກຕົນເອງຈະຕ້ອງລຳບາກຈຶ່ງພະຍາຍາມສັນຫາມາໃຫ້ລູກເກືອບທຸກຢ່າງ ແຕ່ຮຸູ້ຫຼຶບໍ່ວ່າສິ່ງທີ່ພໍ່ແມ່ກຳລັງເຮັດຢູ່ນັ້ນ ອາດເປັນການທຳຮ້າຍລູກໂດບທາງອ້ອມຢູ່ກໍໄດ້ ມື້ນີ້ແອດໄດ້ນຳເລື່ອງເລົ່າຈາກຄອບຄົວໜຶ່ງມາເລົ່າສູ່ຟັງໂດຍມີຢູ່ວ່າ


ຄອບຄົວໜຶ່ງທີ່ມີລູກຊາຍ ທີ່ກຳລັງຢູ່ໃນຊ່ວງຂອງໄວລຸ່ນ ເຂົາໄດ້ຂໍເງິນແມ່ເພື່ອໄປຫຼິ້ນກັບໝູ່ເພື່ອນ ແມ່ຈຶ່ງບອກເຂົາວ່າລູດຮູ້ບໍ່ວ່າຕອນສະໄໝກ່ອນທີ່ແມ່ອາຍຸເທົ່າລູກ ແມ່ບໍ່ເຄີຍໄດ້ໄປຫຼິ້ນແບບລູກຄືຕອນນີ້ ແມ່ຕ້ອງໄດ້ຊອກເຮັດວຽກ, ວຽກຫຍັງກໍໄດ້ທີ່ເຮັດແລ້ວໄດ້ເງິນແມ່ກໍເຮັດໝົດ ເພາະວ່າເງິນນັ້ນເປັນສິ່ງທີ່ຫາຍາກ ແມ່ບໍ່ໄດ້ຂໍເງິນພໍ່ແມ່ຄືສະໄໝນີ້ດອກ


ເມື່ອລູກຊາຍໄດ້ຟັງ ເຂົາກໍໄດ້ແຕ່ມິດງຽບແລ້ວຟັງແມ່ເຂົາ ແມ່ເຂົາກໍເລົ່າຕໍ່ໄປອີກວ່າ ລູກຕ້ອງຮຽນຮູ້ຈັກຄວາມລຳບາກເບິ່ງ ລູກຕ້ອງປະຢັດ ຮູ້ຈັກໃຊ້ເງິນບໍ່ດັ່ງນັ້ນລູກຈະລຳບາກກວ່າເກົ່າ ຕອນນີລົດເມກໍຍັງຂຶ້ນບໍ່ເປັນແລ້ວຈະເອົາໂຕລອດໄດ້ແນວໃດເມື່ອແມ່ສອນລູກພ້ອມຈົ່ມແຕ່ກໍ່ເອົາເງິນໃຫ້

ແລະສິ່ງນີ້ອາດເປັນສິ່ງທີ່ພໍ່ແມ່ຫຼາຍຄົນມັກຈະເຮັດທເວລາທີ່ລູກຂໍເງິນ ມັກເລົ່າເລື່ອງຕ່າງໆໃນອາດີດທີ່ຕົນເອງເຄີຍປະສົບມາໃນຊ່ວງອາຍຸເທົ່າໆກັນໃຫ້ຟັງແລ້ວຈຶ່ງໃຫ້ເງິນລູກ.
ເຊິ່ງການສອນລູກນັ້ນຄວນສອນໃຫ້ລູກລົງມືເຮັດລົງມືຫາເອງ ດັ່ງຄຳສຸພາສິດທີ່ວ່າ “ ຄວນສອນລູກໃຫ້ຮູ້ຈັກຈັບປາ ບໍ່ແມ່ນຫາປາໃຫ້ລູກກິນ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page