7ວິທີຝຶກໃຫ້ເປັນຄົນໃຈເຢັນ, ອາລົມດີ ແບບການໃຊ້ຊີວິດຂອງຄົນສະຫຼາດ

7ວິທີຝຶກໃຫ້ເປັນຄົນໃຈເຢັນ, ອາລົມດີ ແບບການໃຊ້ຊີວິດຂອງຄົນສະຫຼາດ

1.ບໍ່ຄິດເລື່ອງທີ່ບໍ່ເເມ່ນວຽກຂອງຕົນເອງ ຕໍ່ໃຫ້ເຮົາຢູ່ກາງບັນຍາກາດຂອງຄວາມຂັດແຍ້ງ ໝູ່ເພື່ອນຜິດຖຽງກັນກໍເປັນພຽບງແຕ່ບຸກຄົນທີ່ 3 ເຮັດໄດ້ແຕ່ພຽງຮັບຟັງບັນຫາທີ່ເຂົາລະບາຍ ແຕ່ບໍ່ຄວນເຂົ້າໄປຊ່ວຍຍຸຕິບັນຫາຂອງພວກເຂົາຫຼືເກັບມາຄິດເອງ.


2. ໃຈເຢັນເຮັດໃຈເປັນກາງກັບທຸກເລື່ອງອ້ອມຕົວແລ້ວປ່ອຍວາງ ມັນບໍ່ແມ່ນເລື່ອງຂອງເຮົາອັນໃດເກີດຂຶ້ນກໍ່ຕ້ອງເກີດ
3.ພາໂຕເອງອອກຈາກສະຖານະການທີ່ບໍ່ດີນັ້ນ ບໍ່ຈຳເປັນທີ່ເຮົາຈະຕ້ອງຂັງຕົນເອງໄວ້ກັບສະຖານະການທີ່ບໍ່ດີ ຄວນຢູ່ແບບຫ່າງໆ ຢ່າງຫ່ວງໆ


4. ຫາຍໃຈເຂົ້າເລິກໆ ກ່ອນຈະຖອນຫາຍໃຈກັບບັນຍາກາດອ້ອມຕົວທີ່ຊວນໃຫ້ເຈັບຫົວໃຫ້ຫາຍໃຈເຂົ້າເລິກໆຮຽກສະຕິແລະພະລັງເຂົ້າຕົນເອງ.
5. ນັບ1-10 ຖ້າຍັງບໍ່ໂອເຄກໍນັບ 1-20 ຖ້າຢູ່ໆຕ້ອງພາຕົນເອງໄປຢູ່ໃນສະຖານະການຕຶງຄຽດເຊັ່ນ: ການເຂົ້າປະຊຸມຫຼືຢູ່ດີໆກໍມີເລື່ອງອຶດອັດໃຈມາໂຍນໃຫ້ທັ້ງທີ່ບໍ່ໄແມ່ນວຽກຂອງເຮົາ ໃຈຮົ່ມເຂົ້າໄວ້ ຕັ້ງສະຕິແລະຍິ້ມອອກໄປ.


6. ອອກກຳລັງກາຍຖ້າຍັງຮູ້ສຶກຄ້າງຄາໃຈ,ອຶດອັດໃຈທີ່ຢູ່ໆກໍຖືກຫາເລື່ອງໃນບ່ອນເຮັດວຽກຫຼືຖືກໝູ່ເພື່ອນພານໃສ່ໂດຍບໍ່ຮູ້ສາເຫດ ເກັບຄວາມອຶດອັດໃຈນີ້ມາລະບາຍກັບການອອກກຳລັງກາຍ
7.ເວົ້າອອກມາດັງໆ ຍິ້ມໃຫ້ກັບຕົນເອງໃນແວ່ນ ປຸກພະລັງໃຫ້ກັບຕົນເອງດ້ວຍການເວົ້າພຽງຄຳທີ່ມີຄວາມໝາຍດີໆອອກມາດັງໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page