ອີຣ່ານໂທດສະຫະລັດ-ອິດສະລາເອວ ຢູ່ເບື້ອງຫຼັງເຫດປະທ້ວງລຸກລາມທົ່ວປະເທດ.
ຜູ້ນຳສູງສຸດຂອງອີຣ່ານກ່າວໂທດສະຫະລັດແລະອິດສະລາເອວ ຢູ່ເບື້ອງຫຼັງເຫດປະທ້ວງ ແລະເຈລະຈາທີ່ລຸກລາມທົ່ວປະເທດ ເຊິ່ງມີຕົ້ນເຫດຈາກຍິງສາວທ່ານໜຶ່ງເສຍຊີວິດລະຫວ່າງການຄວບຄຸມຕົວຂອງຕຳຫຼວດ
ຜູ້ນຳສູງສຸດຂອງອີຣ່ານກ່າວສະແດງຄວາມເຫັນເປັນຄັ້ງທຳອິດຕໍ່ການເສຍຊີວິດຂອງ ມາຊາ ອາມີນີ ຍິງອາຍຸ 22ປີ ລະຫວ່າງໃຫ້ໂອວາດໃນພິທີຈົບການສຶກສາຂອງວິທະຍາໄລການທະຫານ ທີ່ໂຮງຮຽນນາຍຮ້ອຍຕຳຫຼວດໃນກຣຸງເຕຫະຣານວ່າ ສິ່ງທີ່ເກີດຂຶ້ນເຮັດໃຫ້ຫົວໃຈເຂົາສະຫຼາຍແລະເປັນເຫດການທີ່ໜ້າຂົມຂື່ນ.
ແຕ່ເຂົາກ່າວປົກປ້ອງການປະຕິບັດງານຂອງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃນການສະຫຼາຍການປະທ້ວງຮຸນແຮງ ທີ່ມີຕົ້ນເຫດມາຈາກການເສຍຊີວິດຂອງ ອາມິນີແລະຍືດເຍື້ອດົນກວ່າສອງອາທິດ ແລະວ່າເປັນເລື່ອງບໍ່ປົກກະຕິ ທີ່ຜູ້່ປະທ້ວງໃນອີຣ່ານບາງສ່ວນຈະອອກມາກໍ່ຄວາມວຸ້ນວາຍຕາມຫົນທາງ ເຜົາຄຳພີອັນກຸອ່ານ
ດຶງຮິຫຍາບທີ່ສະຕີສວມໃສ່ອອກ ລວມເຖິງຈຸູດໄຟເຜົາຍວດຍານແລະມັສຍິດ ເຫັນໄດ້ຊັດວ່າສັດຕູແບບອາເມຣິກາແລະອິດສະຣາເອວຢູ່ເບື້ອງຫຼັງເລື່ອງນີ້ ໂດຍມີຄົນທີ່ຮັບເງິນມາຈາກເຂົາ ເຊິ່ງລວມເຖິງຊາວອີຣ່ານທີ່ທໍລະຍົດໃນຕ່າງປະເທດບາງຄົນທີ່ໃຫ້ການຊ່ວຍເຫຼືອເພື່ອຫວັງສ້າງສະຖານະການທີ່ປັ່ຍປ່ວນໃນອີຣ່ານ.
ກຸ່ມສິດທິມະນຸດລະບຸ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງເຊິ່ງລວມເຖິງຕຳຫຼວດແລະກອງກຳລັງອາສາ ບາຊິ ໃຊ້ກຳລັງປາບປາມຜູ້ປະທ້ວງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 130ຄົນ ແລະຜູ້ບາດເຈັບອີກຫຼາຍຮ້ອຍຄົນລວມເຖິງຜູ້ຖືກຈັບກຸມອີກຫຼາຍພັນຄົນ.