ພໍ່ຄ້າຝັງໃຈກັກຊື້ໄອໂຟນລຸ່ນໃໝ່ ຫວັງເກງກຳໄລສຸດທ້າຍມາວາງຂາຍແຄມທາງ.
ຮຽກໄດ້ວ່າເປັນອີກໜຶ່ງເລື່ອງລາວທີ່ຖືກວິຈານຢ່າງໜັກ ເມື່ອເວັບໄຊຕ໌ຕ່າງປະເທດລາຍງານວ່າ ໃນໂລກອອນໄລຂອງຈີນ ໄດ້ມີການແຊຮູບພາບກຸ່ມພໍ່ຄ້າກຸ່ມໜຶ່ງ ຫຼັງກວາດຊື້ iPhone 14 ຊື້ເປັນລຸ່ນໃໝ່ໄວ້ຫຼາຍເຄື່ອງ ຫວັງເກງກຳໄລສຸດທ້າຍຜິດຄາດໝາຍຕ້ອງຫຼາບຕະຫຼອດຊີວິດ.

ໂດຍລະບຸວ່າກຸ່ມພໍ່ຄ້າດັ່ງກ່າວໄດ້ກວາດຊື້ iPhone 14 ກັກຕຸນໄວ້ຫຼາຍເຄື່ອງ ກ່ອນຈະຕັດສິນໃຈນຳເຄື່ອງອອກມາວາງຂາຍກັບແຄມທາງ ແຖມຍອມຫຼຸດລາຄາລົງໃຫ້ຖືກກວ່າທ້ອງຕະຫຼາດ ເຊິ່ງສາເຫດເນື່ອງຈາກກຸ່ມພໍ່ຄ້າເຫຼົ່ານີ້ຄິດວ່າລູກຄ້າຈຳນວນບໍ່ໜ້ອຍ ຍິນດີຈະຈ່າຍເງິນເພີ່ມເພື່ອໃຫ້ໄດ້ເຄື່ອງໄວ ເຮັດໃຫ້ພໍ່ຄ້າເຫຼົ່ານີ້ໄປຫາຊື້ເຄື່ອງມາກັກຕຸນເພື່ອເກງກຳໄລໃຫ້ໄດ້ຫຼາຍທີ່ສຸດ

ແນວໃດກໍຕາມສຸດທ້າຍກັບຕ້ອງຜິດຫວັງ ເພາະສິນຄ້າເຫຼົ່ານັ້ນຂາຍບໍ່ອອກເລີຍ ເຮັດໃຫ້ພວກເຂົາຕ້ອງຮີບປ່ອຍອອກໄປສໃຫ້ໄດ້ໄວທີ່ສຸດ ເພື່ອບໍ່ໃຫ້ລາຄາຕົກໄປຫຼາຍກວ່ານີ້ ເຖິງຈະຂາດທືນຫຼາຍກໍ່ຍອມ ເຊິ່ງບາງເຄື່ອງຖືກຫຼຸດລາຄາເຫຼືອພຽງ 1.000ຢວນ ເທົ່ານັ້ນເອງ ແຕ່ພວກເຂົາກໍ່ຍອມຂາຍທັງນ້ຳຕາ.