5 ຂໍ້ຂອງຄົນທີ່ນອກໃຈແຟນຈະໄດ້ຮັບ ຈາກການກະທຳຂອງຕົນເອງ.
ເລື່ອງການນອກໃຈຫຼືຜິດເມຍຜິດຜົວຄົນອື່ນນັ້ນ ເຊື່ອວ່າທຸກຄົນອາດຮູ້ດີວ່າມັນເປັນສິ່ງທີ່ບໍ່ດີແລະບໍ່ຄວນເຮັດ ຖືເປັນການຜິດສິນລະທຳຢ່າງຮ້າຍແຮງສົ່ງຜົນຕໍ່ຊີວິດຂອງຜູ້ເຮັດຜິດແລະຄົນໃນຄອບຄົວຫຼາຍ ມື້ນີແອດຈະເອົາຜົນກຳຂອງຜູ້ທີ່ຜິດຜົວຜິດເມຍຄົນອື່ນມາບອກດັ່ງນີ້
1.ຊີວິດບໍ່ຈະເລີນຮຸ່ງເຮືອງ: ໃນຍາມທີ່ຄົນຜູ້ນີ້ມີບັນຫາ ຈະໄຮ້ເຊິ່ງຄົນທີ່ຢື່ນມືເຂົ້າມາຊ່ວຍເຫຼືອເຈືອຈຸນຫຼືບໍ່ດີໄປກວ່ານັ້ນອາດຖືກຕົວະເງິນໜີຫາຍ ການເວົ້າຈາສຳລັບຄົນຜູ້ນີ້ກໍຈະຫາຄວາມໜ້າເຊື່ອຖືບໍ່ພົບ ໜ້າທີ່ການງານກໍ່ຈະຕ່ຳລົງ.
2.ຫ່າງໄກຈາກຄົນທີ່ຮັກຈິງ: ຄວາມຫຼອກລວງໄຮ້ເຊິ່ງຄວາມເສຍໃຈຂອງຄົນຜູ້ນີ້ບໍ່ແມ່ນພຽງພັນລະຍາ-ສາມີ ຫຼືລູກໆເທົ່ານັ້ນ ທີ່ຖອຍຫ່າງຄົນທີ່ຈິງໃຈກັບຄົນຜູ້ນີ້ກໍບໍ່ມີອີກເຊັ່ນກັນ ຈະຕ້ອງທົນທຸກກັບຄວາມເຫງົາດຽວດາຍໃນຊ່ວງທີ່ຕ້ອງການຄົນດູແລ.
3.ອາດຖືກປອງຮ້າຍ: ແນ່ນອນວ່ານິໄສຂອງຄົນຜູ້ນີ້ມັກຫຼົບຊ່ອນຂີ້ຕົວະແລະການຄົບຊູ້ຈະສ້າງຄວາມຄຽດແຄ້ນໃຫ້ແກ່ໃຜຫຼາຍຄົນຮອບໂຕເຮົາເຊິ່ງພວກເຂົາອາດຈະອົດບໍ່ໄຫວໃນພຶດຕິກຳທີ່ເຮັດ
4.ຫາກມີລຸກ ລຸກຈະບໍ່ຮັກເຮົາ: ຖ້າລູກຮູ້ເລື່ອງນີ້ຮັບຮອງໄດ້ເລີຍວ່າເຂົາຈະຮັບບໍ່ໄດ້ແລະເຂົາກໍຈະບໍ່ເຊື່ອຟັງເຮົາ ແລະອາດຈະເຮັດໃຫ້ເຂົາກາຍເປັນຄົນມີບັນຫາສ້າງບັນຫາໃຫ້ແກ່ຜູ້ອື່ນໄດ່ເຊັ່ນກັນ.
5.ໂລກໄພມາຢາມໂດຍບໍ່ຮູ້ໂຕ: ແນ່ນອນວ່າການມັກຫຼາຍໃນກາມຂອງຄົນຜູ້ນີ້ອາດຈະເຮັດໃຫ້ມີເຊີເຊັນສູງໃນການສ່ຽງຕິດໂລກກ່ຽວກັບເພດ ແລະອາດຈະມີໂລກກ່ຽວກັບຄວາມຄຽດເພາະຕ້ອງຫາວິທີປິດບັງສາມີຫຼືພັນລະຍາຂອງເຮົາ.