ຂໍ້ຄິດເລື່ອງເງິນກັບການໃຊ້ຈ່າຍທີ່ຫຼາຍຄົນເຄີຍເບິ່ງຂ້າມໄປ

ຂໍ້ຄິດເລື່ອງເງິນກັບການໃຊ້ຈ່າຍທີ່ຫຼາຍຄົນເຄີຍເບິ່ງຂ້າມໄປ

ເຖິງແມ່ນວ່າ..ເງິນຈະເປັນສິ່ງທີ່ທຸກຄົນໃຊ້ກັນຢູ່ໃນທຸກວັນ ແຕ່ກໍຍັງຄົງມີອີກຫຼາຍຄົນທີ່ຍັງບໍ່ເຂົ້າໃຈເຖິງຄວາມຈິງເລື່ອງເງິນຢ່າງແທ້ຈິງ ຈື່ໄວ້ວ່າ… ການຈຳນຳເຮືອນບໍ່ແມ່ນຄຳຕອບສຸດທ້າຍ ໃນບາງຊ່ວງຊີວິດຄົນເຮົານັ້ນ ອາດຈະພົບມໍລະສຸມຊີວິດແລະຕ້ອງການເງິນກ້ອນໃຫຍ່ໃນການແກ້ບັນຫານັ້ນໆ


ຖ້າເປັນຄົນທີ່ມີເຮືອນທາງເລືອກທີ່ດີທີ່ສຸດທີ່ເຮົາອາດຈະນຶກເຖິງກໍອາດຈະເປັນການນຳເຮືອນໄປຈຳນຳເຊິ່ງດອກເບ້ຍຂອງສິນເຊື່ອເຮືອນປະຈຸບັນຢູ່ທີ່ 6%-8% ແລ້ວແຕ່ສະຖາບັນການເງິນນັ້ນໆ ເຊິ່ງມັນອາດຈະໜ້ອຍກວ່າອັດຕາດອກເບ້ຍສິນເຊື່ອສ່ວນບຸກຄົນກໍຈິງ ແຕ່ກໍຢ່າລືມວ່າຫາກເຮົານຳເຮືອນໄປຈຳນຳເຮົາກໍຕ້ອງໃຊ້ເວລາຊຳລະຄືນເປັນສິບໆປີ

ແລ້ວຖ້າເຮົາກູ້ສິນເຊື່ອສ່ວນບຸກຄົນ ແມ່ນວ່າອັດຕາດອກເບ້ຍຈະແພງກວ່າ ກາຍເປັນວ່າການເອົາເຮືອນໄປຈຳນຳນັ້ນ ອາດຈະເຮັດໃຫ້ເຮົາເສຍເງິນຫຼາຍກວ່າການກູ້ສິນເຊື່ອສ່ວນບຸກຄົນ
ຫາກເຮົາຈ່າຍເງິນກ່ອນເກັບເງິນເຮົາຈະບໍ່ໄດ້ຫຍັງເລີຍ ຫາກເງິນເດືອນເຮົາອອກແລ້ວເຮົາໃຊ້ຈ່າຍເງິນໄປໂດຍທີ່ບໍ່ຄິດຈະກັນສຳລັບເງິນເກັບອອມສຸດທ້າຍແລ້ວ

ເຮົາອາດຈະບໍ່ເລືອເງິນເອົາໄວ້ໃຫ້ເກັບເລີຍກໍໄດ້ ເພາະເຮົາໃຊ້ຈ່າຍໄປໝົດແລ້ວ ຈະດີກວ່າບໍ່ຖ້າຫາກວ່າເງິນເດືອຍເຮົາອອກແລ້ວ ເຮົາຮີບຫັກເງິນເອົາໄວ້ກ່ອນທີ່ເຮົາຈະເອົາເງິນໄປໃຊ້ຈ່າຍຫຍັງກໍຕາມ ວິທີນີ້ຈະຊ່ວຍໃຫ້ເຮົາມີເງິນເກັບ ແລະມີວິໄນໃນການໃຊ້ຈ່າຍເງິນຫຼາຍຂຶ້ນດ້ວຍ.


ຈົ່ງຈື່ໄວ້ສະເໝີວ່າ..ການມີເງິນພຽງຢ່າງດຽວບໍ່ສາມາດເຮັດໃຫ້ເຮົາລວຍໄດ້ເພາະເງິນຈະແລ່ນເຂົ້າ-ອອກຕາມລະດັບຄວາມສະຫຼາດທາງການເງິນຂອງຜູ້ເປັນເຈົ້່າຂອງ ດັ່ງນັ້ນຄວາມສະຫຼາດທາງການເງິນຈຶ່ງເປັນສິ່ງດຽວທີ່ເຮັດໃຫ້ເຮົາ..ລວຍໄດ້ນັ້ນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page