ຊາວບ້ານແຕກຕື່ນ! ຂີປະນາວຸດເກົາຫຼີໃຕ້ຕົກລົງລະຫວ່າງຊ້ອມຮົບກັບສະຫະລັດ

ຊາວບ້ານແຕກຕື່ນ! ຂີປະນາວຸດເກົາຫຼີໃຕ້ຕົກລົງລະຫວ່າງຊ້ອມຮົບກັບສະຫະລັດ

ກອງທັບເກົາຫຼີໃຕ້ອອກຖະແຫຼງ ຂໍອາໄພ ຕໍ່ປະຊາຊົນພາຍຫຼັງຂີປະນາວຸດລູກໜຶ່ງເຮັດວຽດຂັດຂ້ອງ ແລະຕົກລົງສູ່ພື້ນດິນລະຫວ່າງປະຕິບັດການຊ້ອມຮົບຮ່ວມກັບສະຫະລັດ ຈົນເປັນເຫດໃຊ້ໍຊາວບ້ານແຕກຕື່ນ ຄິດວ່າເປັນຈະຫຼວດທີ່ຍິງມາຈາກເກົາຫຼີເໜືອ.


ການຊ້ອມຮົບດ້ວຍລູກປືນແທ້ຄັ້ງນີ້ເກີດຂຶ້ນພາຍໃນບໍ່ຮອດຊົ່ວໂມງ ຫຼັງຈາກທີ່ເກົາຫຼີເໜືອຍິງຂີປະນາວຸດພິໄສໄກປານກາງ ຂ້າມໝູ່ເກາະຍີ່ປຸ່ນເປັນຄັ້ງທຳອິດໃນຮອບ 5ປີ
ແນວໃດກໍຕາມຜົນລັບທີ່ອອກມາກັບກາຍເປັນຄວາມຂາຍໜ້າຂອງຝັ່ງໂຊ ເມື່ອຂີປະນາວຸດພິໄສໃກ້ຢູມູ-2 ລູກໜຶ່ງເກີດເຮັດວຽກຜິດພາດ ແຕະຕົກລົງສູ່ພື້ນດິນພາຍໃນຖານທັບອາກາດໃກ້ໆກັບເມືອງກັງນຶງ


ສື່ທ້ອງຖິ່ນລາຍງານວ່າເຖິງແມ່ນວ່າມິດໄຊລູກນີ້ຈະບໍ່ລະເບິດ ແລະບໍ່ມີຜູ້ໄດ້ຮັບບາດເຈັບ ແຕ່ສຽງທີ່ດັງສະໜັ່ນແລະເຫດໄຟໄໝ້ທີ່ຕາມມາກໍເຮັດໃຫ້ຊາວບ້ານບາງຄົນເຂົ້າໃຈຜິດຄິດວ່າ ເກົາຫຼີເໜືອເປີດສາກໂຈມຕີ


ເຫດການດັ່ງກ່າວເກີດຂຶ້ນລະຫວ່າງທີ່ກອງທັບສະຫະລັດແລະເກົາຫຼີໃຕ້ລົວຍິງຂີປະນາວຸດໄປຕົກໃນທະເລຕາເວັນອອກຫຼື ທະເລຍີ່ປຸ່ນ ເພື່ອຕອບໂຕ້ທີ່ໂສມແດງຍິງຂີປະນາວຸດຖິ້ມຕົວຂ້າມໝູ່ເກາະຍີ່ປຸ່ນເປັນຄັ້ງທຳອິດຕັ້ງແຕ່ປີ 2017ຈົນສ້າງຄວາມແຕກຕື່ນຂຶ້ນໃນພາກພື້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page