4 ຂໍ້ຂອງການເປັນຄົນເວົ້າໜ້ອຍ ຄົນສະຫຼາດຈະມີຈັງຫວະໃນການເວົ້າ
ຄົນສະຫຼາດຈະບໍ່ເວົ້ົ້າຫຼາຍ ເຂົາຈະຮູ້ຈັງຫວະວ່າຕ້ອງມິດຕອນໃດ ຄຳວ່າ..ຄິດກ່ອນເວົ້າ ແລະລົງມືເຮັດໃຫ້ຫຼາຍກວ່າຄຳເວົ້າ ເປັນຄຳທີ່ເຮົາໄດ້ຍິນກັນມາດົນ ແຕ່ໜ້ອຍຄົນທີ່ຈະເຮັດໄດ້ ບໍ່ແມ່ນເປັນເລື່ອງທີ່ເຮັດຍາກຫຼືລຳບາກຫຍັງຫຼາຍ
ແຕ່ຮູ້ບໍ່ວ່າການເວົ້າໜ້ອຍແຕ່ຄິດໃຫ້ຫຼາຍ, ເຮັດໃຫ້ຫຼາຍໆ ມັນເປັນຫົນທາງທີ່ດີກວ່າ ແຕ່ຄົນສ່ວນໃຫຍ່ກັບເຮັດກົງກັນຂ້າມຄື “ ເອົາແຕ່ເວົ້າຫຼາຍ” ແລະ “ບໍ່ຟັງໃຜເລີຍ”
1.ຈົງຢຸດໃຝ່ຫາແລ້ວລົງມືເຮັດ: ຈົ່ງຮີບຕື່ນຂຶນຈາກຄວາມຝັນທີ່ສວຍຫຼູທີ່ວາດໄວ້ໃນຈິນຕະນາການແລ້ວລຸກຂຶ້ນມາສ້າງຝັນໃຫ້ກາຍເປັນຈິງຈະດີກວ່າ
ຖ້າຍັງຢ້່ານແຕ່ເສຍເວລາພົບເຈີໄປວັນໆ ບໍ່ລົງມືເຮັດຢ່າງຈິງຈັງແລ້ວເມື່ອໃດສິ່ງທີ່ວາດໄວ້ໃນຝັນຈະສຳເລັດໄດ້ ດັ່ງນັ້ນຖ້າຫາກວ່າເຮົາຢາກເປັນຄົນທີ່ເກັ່ງແລະສະຫຼາດຢ່າພຽງແຕ່ນັ່ງເວົ້າໃຫ້ເສຍເວລາຄວນນຳເວລາທີ່ມີຄ່າທຸກນາທີມາໃຊ້ໃຫ້ເກີດປະໂຫຍດ.
2.ຄິດໃຫ້ຫຼາຍກວ່າເວົ້າ: ຄົນທີ່ສະຫຼາດເຂົາຈະຮູ້ຈັກຄິດກ່ອນເວົ້າ ຫຼືຄິດໃຫ້ຫຼາຍກວ່າເວົ້າຢູ່ສະເໝີ ເພາະມັນເປັນໂຕບົ່ງບອກເຖິງລັກສະນະນິໄສໃຈຄໍສື່ເຖິງພຶດຕິກຳແລະພື້ນຖານຕ່າງໆ ໃນຕົວຄົນໆນັ້ນໄດ້ດ້ວຍວ່າເປັນຄົນແນວໃດ ດັ່ງນັ້ນການໄຕ່ຕອງທຸກສິ່ງກ່ອນເວົ້າອອກມາຈຶ່ງມີຄວາມສຳຄັນເພາະມັນສາມາດເຮັດໃຫ້ເຮົາໄດ້ຮັບໂອກາດດີໆ.
3.ຢ່າຢຸດກ້າວໄປທາງໜ້າ: ເພາະເວລາບໍ່ເຄີຍຖ້າໃຜ ຫາກບໍ່ຢາກເປັນບຸກຄົນທີ່ຍ່າງຖອຍຫຼັງຫຼືຢູ່ກັບບ່ອນ ກໍ່ຈົ່ງຢ່າຢຸດພັດທະນາຕົນເອງແລະຜັກດັນຕົນເອງໃຫ້ກ້າວໄປຫາສິ່ງໃໝ່ໆ ເພາະມັນສາມາດສົ່ງຜົນດີຕໍ່ຊີວິດເຮັດໃຫ້ເຮົາຮູ້ທັນຄວາມປ່ຽນແປງ
4.ຮູ້ຈັກເກັບຂໍ້ມູນ: ການຕັ້ງໃຈຟັງໃນສິ່ງທີ່ຄົນອື່ນເວົ້າ ນອກຈາກຈະເຮັດໃຫ້ເຮົາກາຍເປັນຜູ້ຟັງທີ່ດີແລະມີມາລະຍາດແລ້ວ ມັນຍັງເຮັດໃຫ້ເຮົາໄດ້ຮັບຂໍ້ມູນຂ່າວສານໃໝ່ໆ ທີ່ເຮົາອາດບໍ່ເຄີຍຮູ້່ມາກ່ອນ.