9 ເລື່ອງດີໆ ທີ່ບອກວ່າການເປັນໂສດ ມັນດີແລ້ວຢູ່ຄົນດຽວກໍ່ມີຄວາມສຸກໄດ້.
ຫຼາຍຄົນກໍ່ຈົ່ມກັນວ່າຢູ່ມາດົນແລ້ວແຕ່ບໍ່ມີແຟນນຳເຂົາຈັກເທື່ອ ເປັນຫຍັງ, ເພາະຫຍັງ ເຖິງຈະມີຄົນເຂົ້າມາເປັນຫຍັງຈັ່ງບໍ່ຄູ່ກັບເຂົາເລີຍ ຫຼືເຮົາມັນບໍ່ເໝາະທີ່ຈະມີຄູ່ ຄວນຄິດທົບທວນດັ່ງລຸ່ມນີ້:
1.ບໍ່ມັກການຕາມໃຈຄົນອື່ນເລີຍ ມັກຕັດສິນໃຈເຮັດຫຍັງດ້ວຍຕົນເອງ ເພາະຄິດວ່າເຮັດໃຫ້ຕົນເອງສະບາຍໃຈຕ້ອງການແບບໃດກໍ່ເຮັດເລີຍ
2.ຕອນຮຽນຫຼືເຮັດວຽກແລ້ວ ມັກຈະກັບໄປຢູ່ຫ້ອງ ບໍ່ຄ່ອຍຈະໄປຍ່າງຫຼິ້ນໃສຕໍ່ມັກຢູ່ຄົນດຽວ
3.ຫາກຄົນອື່ນຖາມເຮົາວ່າບໍ່ຢາກມີແຟນຫວາ ເຮົາຈະຮູ້ສຶກວ່າເປັນຄຳຖາມທີ່ບໍ່ຄ່ອຍສ້າງສັນ ຖາມແນວອື່ນບໍ່ໄດ້ຫວາ ຫຼືເມື່ອຢາກມີມັນກໍມີເອງນັ້ນແລະ
4.ເຮັດຫຍັງກໍ່ບໍ່ມັກຖ້າດົນ ຄິດວ່າເຮັດຄົນດຽວມັນໄວກວ່າຕ້ອງມາຖ້າຄົນອື່ນ
5.ຕິດຫູຟັງຫຼາຍຈົນແບບວ່າກາຍເປັນສິ່ງຂອງທີ່ຂາດບໍ່ໄດ້ຕ້ອງມີຕິດໂຕໄປໃສມາໃສກໍ່ຕ້ອງມີ
6.ໄປກິນເຂົ້າ, ເບິ່ງໜັງ, ຍ່າງຫຼິ້ນຄົນດຽວ ແບບທີ່ບໍ່ຄິດວ່າເຫງົາຫຼືເປັນເລື່ອງແປກ
7.ຫາກເຮົາເຫັນຄົນທີ່ມັກເຮົາຍ່າງຜ່ານ ເຮົາກໍ່ພຽງຍິ້ມດີໃຈແຕ່ບໍ່ໄດ້ເຖິງຂັ້ນເຂົ້າໄປທັກທາຍ
8.ເປັນມະນຸດປາກແຂງ ນິໄສຊື່ໆ ບໍ່ມີຄວາມສົນໃຈຕໍ່ເພດກົງຂ້າມ
9.ຫາກໄດ້ເຫັນໝູ່ເພື່ອນໂພສຮູບໄປທ່ຽວຫຼິ້ນກັບແຟນຕະຫຼອດ ບໍ່ມີຄວາມຮູ້ສຶກອິດສາຄິດພຽງແຕ່ວ່າເຫັນໝູູ່ມີຄວາມສຸກເຮົາກໍສຸກນຳເທົ່ານັ້ນ