ມອສໂກກ່າວ! 4ແຄ້ວນຢູເຄຼນຈະເປັນຂອງຣັດເຊຍຕະຫຼອດໄປຫຼັງປູຕິນຮັບຮອງລວມດິນແດນ

ມອສໂກກ່າວ! 4ແຄ້ວນຢູເຄຼນຈະເປັນຂອງຣັດເຊຍຕະຫຼອດໄປຫຼັງປູຕິນຮັບຮອງລວມດິນແດນ


ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ຄາດໝາຍວ່າ ສະຖານະການໃນ 4ແຄ້ວນ ທີ່ເຄຣມລິນຫາກໍລວມເຂົ້າເປັນສ່ວນໜຶ່ງຂອງດິນແດນຈະມີ “ ສະຖຽນລະພາບ” ຫຼັງມອສໂກປະສົບຄວາມພ່າຍແພ້ທາງທະຫານຫຼາຍສະໜາມຮົບ ແລະສູນເສຍເມືອງຫຼັກໆຫຼາຍແຫ່ງຄືນແກ່ຄຽບ


ນອກຈາກນີ້ແລ້ວ ປູຕິນ ຍັງສັ່ງການໃຫ້ລັດຖະບານຂອງເຂົາເຂົ້າຄວບຄຸມໂຮງງານໄຟຟ້າພະລັງງານນິວເຄຼຍໃຫຍ່ທີ່ສຸດຂອງຢູໂຣບ ໃນແຄ້ວນຊາປໍຣິຊເຊຍ ທີ່ຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍ ໃນລະຫວ່າງທີ່ ຣາຟາເອວ ກັຣອດຊີ ຜູ້ອຳນວຍການກະຊວງການພະລັງງານປະນາມສາກົນ ກຳທັງເດີນທາງໄປກຣຸງຄຽບ ເພື່ອປຶກສາຫາລືກ່ຽວກັບສະຖານະການທີ່ໂຮງໄຟຟ້າພະລັງງານນິວເຄຼຍດັ່ງກ່າວ


ກ່ອນໜ້ານີ້ ຢູເຄຼນ ອ້າງວ່າປະສົບໄຊຊະນະເຫຼືອທະຫານຣັດເຊຍໃນຫຼາຍພື້ນທີ່ໃນແຄ້ວນລູຮັນ ທາງພາກຕາເວັນອອກຂອງປະເທດ ແມ່ນວ່າທາງເຄຼມລິນປະກາດກ້າວຈະທວງດິນແດນທີ່ຖືກຢູເຄຼນຍຶດກັບໄປໃນປະຕິບັດການໂຈມຕີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page