ເຈັບທັງໝົດ! ຣັດເຊຍຂູ່ຫຼຸດຜະລິດນ້ຳມັນ ຫາກຖືກຈຳກັດເພດານ ເຕືອນອີຢູຈະພົບວິກິດຂາດແຄຼນ
ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ເຕືອນວ່າມອສໂກອາດປັບຫຼຸດກຳລັງຜະລິດເພື່ອຊົດເຊີຍຜົນກະທົບທາງລົບຈາກມາດຕາການຈຳກັດເພດານລາຄາທີ່ກຳນົດໂດຍຕາເວັນຕົກ ຄວາມເຄື່ອນໄຫວທີ່ຈະເຮັດໃຫ້ລາຄາເຊືອໄຟພຸຸ່ງສູງຂຶ້ນ
ໃນຂະນະດຽວກັນກະຊວງພະລັງງານສາກົນສົ່ງສຽງເຕືອນໄປຍັງອີຢູ ວ່າອາດປະເຊີນວິກິດຂາດແຄຼນພະລັງງານສາຫັດກວ່ານີ້ໃນປີໜ້າ ເນື່ອງຈາກໃຊ້ຄຣັງສຳຮອງທີ່ມີຢູ່ໝົດໄປແລ້ວໃນຊ່ວງລະດູໜາວປີນີ້ ທ່າມກາງຄວາມກັງວົນວ່າມາດຕາການຈຳກັດເພດານລາຄາ ຈະເຮັດໃຫ້ຄວາມຫາການສະໜອງໄດ້ຍາກລຳບາກກວ່າເກົ່າ.
ແຜນກຳນົດລາຄາເພດານທີ່ພ້ອມກັນໂດຍກຸ່ມປະເທດມັ່ງຄັ່ງຈີ 7 ຮຽກຮ້ອງບັນດາປະເທດສະມາຊິກ ປະຕິສັດໃຫ້ບໍລິການດ້ານປະກັນໄພ ເງິນທຸນ ໂບກເກີ ການເດິນເຮືອແລະບໍລິການອື່ນໆ ແກ່ສິນຄ້ານ້ຳມັນທີ່ມີລາຄາເໜືອກວ່າເພດານລາຄາທີ່ກຳນົດໄວ້ສຳລັບນ້ຳມັນດິບແລະຜະລິດຕະພັນນ້ຳມັນຕ່າງໆ
ໃນສ່ວນຂອງສະຫະພາບຢູໂຣບກໍກຳລັງເບິ່ງຫາຄວາມເປັນໄປໄດ້ຂອງການກຳນົດເພດານລາຄານ້ຳມັນໃຫ້ສອດຄ່ອງກັບທີ່ທາງຈີ 7 ເຫັນພ້ອມຕ້ອງກັນ ຈາກການເປີດເຜີຍເຫຼົ່າຂະນະຜູ້ແທນທູດໃນເດືອນທີ່ແລ້ວ.