ເປັນຄົນບໍ່ຮູ້ຈັກພໍເຈົ້າຊູ້ ສຸດທ້າຍຈະບໍ່ເຫຼືອໃຜຈັກຄົນ

ເປັນຄົນບໍ່ຮູ້ຈັກພໍເຈົ້າຊູ້ ສຸດທ້າຍຈະບໍ່ເຫຼືອໃຜຈັກຄົນ

ເພາະຄົນເຈົ້າຊູ້ເປັນຄົນທີ່ບໍ່ພໍຈັກເທື່ອ ສຸດທ້າຍນັ້ນກໍຈະບໍ່ເຫຼືອໃຜຈັກຄົນເລີຍ ດັ່ງນັ້ນແລ້ວ ຢ່າລໍຖ້າໂອກາດມາເຖິງ ແລະຈຶ່ງຄິດໄດ້ ກໍຍ້ອນວ່າມັນອາດຈະກັບໄປແກ້ໄຂສິ່ງທີ່ຜ່ານມາບໍ່ໄດ້ອີກແລ້ວ ເພາະຄົນຊົ່ວທີ່ບໍ່ສຳນຶກ,ທີ່ຄິດບໍ່ໄດ້

ລົມຫາຍໃຈາສຸດທ້າຍ ກ່ອນຈະສິ້ນລົມ ຈະເປັນໂຕບອກວ່າ ເຮົາເປັນຄົນແນວໃດ,ບໍລິສຸດ,ສີເທົາ ເຖິງແມ່ນວ່າຈະຢາກກັບໄປແກ້ໄຂຄວາມຜິດທີ່ຜ່ານມາເມື່ອໃນອານາຄົດ ມັນກໍບໍ່ໄດ້
ມີຜູ້ຊາຍຄົນໜຶ່ງ ເຂົາເສຍໃຈທີ່ຖິ້ມລູກ ຖິ້ມເມຍໄປ ໄດ້ແຕ່ເຝົ້າຄວ້ຳຄວນ ເຖິງອາດີດທີ່ຜ່ານມາວ່າເປັນຫຍັງຈຶ່ງເປັນແບບນີ້ ເພາະຜູ້ຍິງຄົນໃໝ່ທີ່ໄດ້ຄົບກັນນັ້ນ ນອກໃຈເຂົາ ຖິ້ມເຂົາໄປແລະເຮັດຄືກັບເຂົານັ້ນແລະ ທີ່ຖິ້ມຄອບຄົວໄປ

ເຮັດໃຫ້ລຳບາກ ມີແຕ່ຄົນກັບໄປ ກໍ່ບໍ່ມີໃຜເອົາລູກ ປິ່ນໜ້າໜີເພາະພໍ່ແມ່ບໍ່ເຄີຍລ້ຽງ ເມຍເກົ່າກໍ່ສາບສົ່ງແລະຊາຍຜູ້ນັ້ນກໍເສຍໃຈຫຼາຍ ຄິດແລະສຳນຶກໄດ້ກໍຕໍ່ເມື່ອເຂົາປະສົບອຸບັດຕິເຫດພິການຍ່າງບໍ່ໄດ້ ບໍ່ມີໃຜດູແລ, ຮ້ອງໄຫ້ທຸກຄັ້ງ ທີ່ຄິດຫາອາດີດຄົນຮັກຂອງເຂົາທີ່ເຄີຍລຳບາກກັນມາ ເຝົ້າຄິດຫາລູກ ຕຳແໜ່ງງານທີ່ໃຫຍ່ໂຕ ແລະສຸດທ້າຍກໍ່ບໍ່ເຫຼືອແມ່ນແຕ່ເພື່ອນຮ່ວມງານ


ໝູ່ເພື່ອນທີ່ຄິດວ່າດີບໍ່ເຄີຍມີໃຜມາຢ້ຽມຢາມເລີຍ ໝູ່ເພື່ອນກໍ່ໝົດສັດທາຕັ້ງແຕ່ເຂົາຖິ້ມລູກເມຍໄປແລ້ວ ຄອບຄົວກໍອັບອາຍຂາຍໜ້າ ຄວາມຮູ້ສຶກຂອງເຂົາຕອນນີ້ຄືບໍ່ເຫຼືອໃຜຈັກຄົນ, ໂດດດ່ຽວ ຄືຢູ່ໂຕຄົນດຽວໃນໂລກນີ້ ເງິນທອງທີ່ສະສົມມາກໍຖືກຜູ້ຍິງຄົນໃໝ່ໃຊ້ຈົນໝົດ ຈາກນັ້ນເລີຍຄິດສັ້ນຫຼາຍຄັ້ງ ແລະນີ້ຄືຕົວຢ່າງຂອງກຳທີ່ສົ່ງຜົນໃນຊາດນີ້ໃຫ້ເຮົາໄດ້ເຫັນການກະທຳຂອງຄົນເຈົ້າຊູ້ເພາະສຸດທ້າຍຈະບໍ່ເຫຼືອໃຜ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page