ນິໄສຄົນໂລກແຄບບໍ່ຄິດຫາຄົນອື່ນ ເຂົາຈະມີ 6 ນິໄສເຫຼົ່ານີ້ຮູ້ແລ້ວຄວນອອກຫ່າງ
ບາງຄົນເຂົາກໍ່ດີຈົນໜ້າຄົບຫາ ແຕ່ກັບບາງຄົນມີນິໄສບໍ່ໜ້າຄົບເລີຍ ແລະມື້ນີ້ແອດຈະມາບອກວິທີສັງເຫດຄົນທີ່ມີນິໄສບໍ່ໜ້າຄົບໃຫ້ທຸກຄົນໄດ້ຮູ້ວ່າຈະເປັນແບບໃດດັ່ງນີ້:
1.ຈະຕິດຕໍ່ກັບໝູ່ເພື່ອນເມື່ອຕົນເອງເດືອດຮ້ອນ: ເພະາເວລາສຸກສະບາຍດີ ບໍ່ເຄີຍເຫັນໜ້າ ແຕ່ເວລາທີ່ເປັນທຸກຈະຮີບຕິດຕໍ່ໂທຫາໝູ່ເພື່ອນ ເພື່ອຕ້ອງການຈະໃຫ້ເຂົາຊ່ວຍ.
2.ຍຶດຄວາມຄິດຕົນເອງບໍ່ວ່າຈະເຮັດຫຍັງກໍ່ຕາມ: ມະນຸດເຮົາກໍຄືຍຶດຄວາມຄິດຕົນເອງເປັນຫຼັກກັນທັງໝົດ ແຕ່ສຳລັບຄົນໃຈແຄບເຂົາຈະຍຶດຄວາມຄິດຕົນເອງເປັນໃຫຍ່ໂດຍທີ່ບໍ່ຟັງ ຄວາມຄິດໃຜ ຮູ້ທັ້ງຮູ້ວ່າຄວາມຄິດຕົນເອງມັນບໍ່ຖືກເຂົາກໍ່ຍັງຢືນຢັນໃນຄວາມຄິດຕົນເອງ.
3.ຈະເບິ່ງວ່າຄົນອື່ນໂງ່: ເພາະຄົນໃຈແຄບກໍມັກຈະຄິດວ່າຄົນອື່ນດ້ອຍກວ່າຫຼືໂງ່ກວ່າຕົນເອງແລ້ວກໍມັກຈະຄິດເຂົ້າຂ້າງຕົນເອງວ່າເກັ່ງກວ່າໃຜ, ເໜືອກວ່າໃຜ.
4.ຫົວບູຮານບໍ່ເປີດຮັບສິ່ງໃໝ່: ບໍ່ເປີດຮັບເລື່ອງລາວໃໝ່ໆ ຫົວບູຮານມີຄວາມເຊື່ອແບບເກົ່າໆ ແຕ່ບໍ່ໄດ້ເໝົາລວມຄົນທີ່ຫົວບູຮານທຸກຄົນ ເພາະຄົນຫົວບູຮານທີ່ເປີດໃຈຮັບຟັງກໍ່ມີຫຼາຍ
5.ບໍ່ເຊື່ອໃນສິ່ງທີ່ຄົນອື່ນເວົ້າເລີຍ: ຍຶດໝັ້ນ, ເຊື່ອສິ່ງໃດກໍຈະບໍ່ຄ່ອຍເຊື່ອເຫດຜົນໃຜດອກ ເເມ່ນແຕ່ສິ່ງທີ່ຄົນອື່ນເວົ້າກໍ່ຈະມີທີ່ມາຢືນຢັນ ແຕ່ແນວໃດຄົນທີ່ໃຈແຄບຍັງຄົງມີຄວາມຄິດທີ່ບໍ່ນ້າເຊື່ອຢູ່
6.ພວກເຂົາຈະເຂົ້າສັງຄົມບໍ່ຄ່ອຍໄດ້: ເພາະເປັນຄົນທີ່ບໍ່ຮັບຟັງຄວາມຄິດເຫັນຂອງໃຜ ເບິ່ງຄົນອື່ນດ້ອຍກວ່າເວລາທີ່ໄປສົນທະນາກັນ ບໍ່ເຮົາຫຼືຝ່າຍກົງກັນຂ້າມ ກໍ່ຈະບໍ່ຮູ້ສຶກທີ່ຈະສານຕໍ່ຄວາມສຳພັນເຫຼົ່ານັ້ນ