ຂ່າວດີ! ສຳລັບນ້ອງໆນັກສຶກສາ ສປ ຈີນ ເລີ່ມເປີດຮັບໄປຮຽນແລ້ວ.

ຂ່າວດີ! ສຳລັບນ້ອງໆນັກສຶກສາ ສປ ຈີນ ເລີ່ມເປີດຮັບໄປຮຽນແລ້ວ.

ມາຮອດປັດຈຸບັນ, ສປ ຈີນ ໄດ້ເລີ່ມຮັບເອົານັກສຶກສາລາວໄປຮຽນທີ່ສປ ຈີນແລ້ວ, ເຊິ່ງຕາມການໃຫ້ສຳພາດຕໍ່ນັກຂ່າວວິທະຍຸສາກົນແຫ່ງປະເທດຈີນ(CRI)ປະຈໍາລາວຂອງທ່ານວົງພະຈັນ ວິໄລຫອມ ຫົວໜ້າກົມ ກິດຈະການນັກສຶກສາ ກະຊວງສຶກສາທິການ ແລະກິລາເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ:

ສະເພາະປີ 2022 ນີ້, ສປປ ລາວ ໄດ້ຮັບທຶນການສຶກສາຈາກສປ ຈີນ 101 ທຶນ, ຈາກທຶນປົກກະຕິ ແມ່ນ 300 ທຶນຕໍ່ປີ ແລະຊຸດທໍາອິດນັກສຶກສາຈໍານວນ 31 ຄົນແມ່ນໄດ້ເດີນທາງໄປສຶກສາທີ່ສປ ຈີນແລ້ວ.
ທ່ານ ວົງພະຈັນ ວິໄລຫອມ ໃຫ້ຮູ້ຕື່ມອີກວ່າ: ສໍາລັບນັກສຶກສາທີ່ໄດ້ທຶນປີ 2022 ແລະ 2020, 2021 ຄືນຫຼັງໃຫ້ລົງທະບຽນຢູ່ກົມກິດຈະການນັກສຶກສາ ແລະພົວພັນປະສານກັບໂຮງຮຽນຂອງຕົນ ເພື່ອຂໍໃບຕອບຮັບ ແລະແບບຟອມວີຊາ

ຫຼັງຈາກນັ້ນ, ນັກສຶກສາສາມາດພົວພັນກັບກົມກິດຈະການນັກສຶກສາເອົາເພື່ອປະກອບເອກະສານ ໄປຂໍ(ວີຊາ X1)ນໍາສະຖານທູດສປ ຈີນ ປະຈໍາສປປ ລາວ ພ້ອມທັງກວດໂຄວິດ-19 ທີ່ໂຮງໝໍສູນກາງ ແລະກ່ອນຈະໄປຕ້ອງໄດ້ກວດໂຄວິດອີກຄັ້ງທີສອງຢູ່ສະຖາບັນກວດພະຍາດ(ທີ່ຫຼັກ3)ເພື່ອໃຫ້ໂຮງຮຽນ ແລະໂຮງຮຽນຈະສົ່ງບັດຂຽວເພື່ອຮັບເອົານັກສຶກສາກັບໄປສຶກສາທີ່ໂຮງຮຽນຂອງຕົນ ໃຫ້ກົມກິດຈະການນັກສຶກສາ.


ທ່ານໃຫ້ຮູ້ຕື່ມອີກວ່າ: ມາຮອດປະຈຸບັນ, ການຮ່ວມມືດ້ານການສຶກສາລະຫວ່າງລາວ-ຈີນ ເປັນໄລຍະທີ່ດີທີ່ສຸດ, ທ່ານໄດ້ຕີລາຄາສູງຕໍ່ການຮ່ວມມືໄລຍະຜ່ານມາວ່າ: ວຽກງານການສຶກສາຜ່ານມາ ນັກສຶກສາລາວທີ່ຈົບມາກໍໄດ້ປະກອບສ່ວນເຂົ້າໃນການປະກອບອາຊີບນໍາບັນດາບໍລິສັດຕ່າງໆທີ່ສປ ຈີນທີ່ລົງທຶນຢຸ່ສປປ ລາວ ເຮັດໃຫ້ນັກສຶກສາລາວໄດ້ປະກອບອາຊີບຕາມທີ່ຕົນເອງໄດ້ຮຽນມາ.

ຫວັງວ່າ, ການຮ່ວມມືດ້ານການສຶກສາໃນຕໍ່ໜ້າ ໂດຍສະເພາະຮ່ວມມືກັບບັນດາສະຖາບັນຂອງລາວແມ່ນຄວນເລັ່ງໃສ່ສ້າງລະດັບວິຊາຊີບດ້ານວິຊາການໃຫ້ຫຼາຍຂຶ້ນຕື່ມ ສະເພາະທຶນ CSC ຄວນເນັ້ນໜັກປະລິນຍາໂທ, ປະລິນຍາເອກໃຫ້ຫຼາຍເພີ່ມຂຶ້ນ, ເອົາໃຈໃສ່ວຽກງານອົບຮົມໄລຍະສັ້ນເພື່ອຍົກສູງລະດັບວິຊາສະເພາະໃຫ້ແກ່ພະນັກງານ ຄູ-ອາຈານ ໄດ້ມີການແລກປ່ຽນກັນ.


ກົມຄຸ້ມຄອງກິດຈະກໍານັກສຶກສາໃຫ້ຮູ້ອີກວ່າ: ປະຈຸບັນໄດ້ຮ່ວມມືກັບ 20 ກວ່າປະເທດ ເພື່ອສົ່ງນັກສຶກສາລາວໄປສຶກສາຕໍ່, ເປັນຕົ້ນໄປຮຽນທີ່ສປ ຈີນ, ອົດສະຕາລີ, ຍີ່ປຸ່ນ, ສ. ເກົາຫຼີ ແລະປະເທດອື່ນໆ ແລະມາຮອດປັດຈຸບັນນັກສຶກລາວກໍາລັງສຶກສາຕໍ່ຢູ່ຕ່າງປະເທດມີຈໍານວນ 20.000 ກວ່າຄົນ, ສະເພາະຢູ່ສປ ຈີນແມ່ນມີ 2.000 ກວ່າຄົນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page