ບໍ່ຕ້ອງຮອດມືຫົວໜ້າ! ໄຕ້ຫວັນກ່າວຈະບໍ່ເພິ່ງພາສະຫະລັດຫາກຖືກຈີນໂຈມຕີ
ໄຕ້ຫວັນຈະບໍ່ເພິ່ງພາຄົນອື່ນໃນການປ້ອງກັນຕົນເອງ ຈາກຄຳປະກາດກ່າວຂອງປະທານາທິບໍດີໄຊ່ ອິງເຫວິນ ແມ່ນວ່າອີກດ້ານໜຶ່ງຈະສະແດງຄວາມຍິນດີຕໍ່ຄຳສັນຍາຂອງສະຫະລັດ ທີ່ຈະຄຸ້ມຄອງຄວາມໝັ້ນຄົງໃຫ້ເກາະໄຕຫວັນ ຈາກສິ່ງທີ່ລາວຮຽກວ່າເປັນການລ່ວງລ້ຳອະທະປະໄຕໂດຍຈີນ
ຄຳຖະແຫຼງດັ່ງກ່າວຂອງ ໄຊ່ ເຊິ່ງບຫນທຶກໄວ້ລ່ວງນ້າແລະເປີດໃຫ້ບັນດາຜູ້ຮ່ວມປະຊຸມໃນເວທີສຳມະນາແຫ່ງໜຶ່ງໃນກຣຸງວໍຊິງຕັນຮັບຟັງມີຂຶ້ນຫຼັງຈາກປະທານາທິບໍດີໂຈ ໄບເດນ ສັນຍາໃນເດືອນກັນຍາວ່າ ຈະປົກປ້ອງໄຕ້ຫວັນໃນກໍລະນີທີ່ຖືກຈີນໂຈມຕີແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ
ໃນການປາລາໄຊຕໍ່ເວລີສຳມະນາຂອງສະຖາບັນໂກບອນໄຕ້ຫວັນ ເຊິ່ງມີສຳນັກງານໃນວໍຊິງຕັນ ໄຊ່ ຍັງໄດ້ຂອບໃຈລັດຖະບານ ໄບເດນ ແລະສະພາຄອງເກດສະຫະລັດ ກຳລັບການຍຶດໝັ້ນຕໍ່ພັນທະສັນຍາດ້ານຄວາມໝັ້ນຄົງຂອງໄຕ້ຫວັນ ແລະການອານຸມັດຂາຍອາວຸດຂອງສະຫະລັດແກ່ໄຕ້ຫວັນໃນໄວໆນີ້.
“ແຕ່ເຮົາຈະບໍ່ເພິ່ງພາຄົນອື່ນໃນເລື່ອງກ່ຽວກັບຄວາມໝັ້ນຄົງຂອງເຮົາ” ໄຊ່ ກ່າວ “ ນັ້ນຄືເຫດຜົນວ່າເປັນຫຍັງຈຶ່ງຢາກເນັ້ນຢ້ຳວ່າໄຕ້ຫວັນມີໜ້າທີ່ໂດຍສົມບູນໃນປົກປ້ອງຄວາມໝັ້ນຄົງຂອງເຮົາແລະດຳລົງໄວ້ເຊິ່ງວິຖີຊີວິດປະຊາສທິປະໄຕຂອງເຮົາ ເຮົາກຳລັງດຳເນີນການເພື່ອປັບຍຸດທະສາດປ້ອງກັນປະເທດຂອງເຮົາ ເພື່ອປ່ຽນໄພຄຸມຄາມທີ່ເຮົາປະເຊີນ”