ຢ່າຄິດເປັນລູກໄພ້ ກັບຄອບຄົວ 3ປະເພດນີ້ບໍ່ດັ່ງນັ້ນອານາຄົດຈະລຳບາກ
1.ຄວາມສຳພັນທີ່ພໍ່ແມ່ສາມີບໍ່ດີ ສົ່ງຜົນໃຫ້ິໝົດຄອບຊຄົວບໍ່ລົງຮອຍກັນ: ເພາະວ່າກັນວ່າຄອບຄົວເປັນໂຮງຮຽນແຫ່ງທຳອິດຂອງຄົນເຮົາ ແລະ ຜູ້ປົກຄອງ ເປັນຄູຄົນທຳອິດຂອງເດັກນ້ອຍ ດັ່ງນັ້ນພື້ນຖານຂອງຄອບຄົວກໍ່ສາມາດສົ່ງຜົນຕໍ່ບຸກຄະລິກຫຼືນິໄສໄດ້
ດັ່ງນັ້ນຖ້າພໍ່ແມ່ສາມີຫຼືຄົນໃນຄອບຄົວ ມີນິໄສທີ່ເຂົ້າກັນບໍ່ໄດ້ແບບນີ້ຜູ້ຍິງທີ່ຈະແຕ່ງງານເຂົ້າໄປອາດຕ້ອງຄິດໃຫ້ຮອບຄອບ ສິ່ງທຳອິດຕ້ອງສັງເກດສາເຫດ ແຫ່ງຄວາມໄມ່ລົງຮອຍວ່າຝ່າຍຊາຍນັ້ນສາມາດມີອິດທິພົນ ມີຜົນກະທົບຕໍ່ຊີວິດແຕ່ງງານຂອງທັງຄູ່ບໍ່ ສັງເກດຝ່າຍຊາຍ ວ່າເປັນຄົນ “ຫູເບົາ” ມີນິໄສຈິດໄຕ້ສຳນຶກຫຼາຍເທົ່າໃດ
2.ຄອບຄົວທີ່ແມ່ສານມີ ມີຄວາມເກັ່ງເກີນໄປ ທັ້ງສາມີເຊື່ອຟັງແມ່ຫຼາຍ: ເພາະຄວາມສຳພັນລະຫວ່າງແມ່ສາມີກັບພັນລະຍານັ້ນ ມັນເປັນບັນຫາຫຼັກໆທີ່ສຳຄັນໃນຄອບຄົວຄົນຈີນເພາະໃນຄວາມເປັນຈິງນັ້ນບໍ່ມີລູກໄພ້ຄົນໃດເຕັມໃຈຫຼືຢາກຈະຜິດຖຽງກັບແມ່ສາມີ ເພາະວ່າທຸກຄົນກໍ່ລ້ວນເປັນຜູ້ຍິງ ແລະທີ່ສຳຄັນກໍ່ບໍ່ຢາກມີສັດຕູ ແຕ່ແມ່ສາມີບາງຄົນເຂົາກໍ່ມັກຫາເລື່ອງ ຄິດວ່າຕົນເອງໄດ້ເລື່ອນຂັ້ນເປັນແມ່ສາມີຈຶ່ງມີໂອກາດໃນການເປັນຜູ້ນຳເລີຍຢາກວາງອຳນາດ
3.ຄອບຄົວທີ່ບໍ່ມີເງິນ ແຕ່ກັບອ້າງວ່າຄວາມທຸກເປັນເຫດ: ຄວາມທຸກມັນບໍ່ພົ້ນ 3ຊົ່ວອາຍຸ ແລ້ວຄົນລວຍກໍ່ບໍ່ພົ້ນ 3ຊົ່ວອາຍຸເຊັ່ນກັນ ຄົນບ້ານຝ່າຍຊາຍຈະມີບໍ່ມີເງິນນັ້ນ ມັນບໍ່ໄດ້ສຳຄັນຫຍັງເລີຍສິ່ງສຳຄັນຄື ຜູ້ຊາຍຄົນນີ້ມີຄວາມສາມາດພໍທີ່ຈະເຮັດໃຫ້ອານາຄົດທັງຄູ່ມີເງິນ ສຸກສະບາຍເທົ່າໃດ.