ຂ່າວເສົ້າ! ເຫດໜຸ່ມບຸກຍິງເດັກນ້ອຍຢູ່ ຮຮ ເສຍຊີວິດ32ຄົນ
ກາດຍິງ ໃນສູນເດັກນ້ອຍ ໜອງບົວລຳພູ ປະເທດໄທ
ອີງຕາມການລາຍງານສຳນັກຂ່າວໄທ ລາຍງານວ່າ: ໃນວັນທີ່ 06/10/2022 ເມື່ອເວລາປະມານ 14:00, ເກີດເຫດກາດຍິງຢູ່ໃນສູນເດັກນ້ອຍ ຂອງອົງການປົກຄອງເມືອງນາກາງ ປະເທດໄທ

ເຮັດໃຫ້ມີຜູ້ບາດເຈັບ ແລະ ມີຫຼາຍຄົນເສຍຊີວິດ, ປະຈຸບັນຄົນຮ້າຍ, ເຊິ່ງຄາດວ່າຈະເປັນອະດີດຕຳຫຼວດ ຢູ່ລະຫວ່າງການຫຼົບໜີການໄລ່ຈັບຂອງເຈົ້າໜ້າທີ່.

ເບື້ອງຕົ້ນມີລາຍງານວ່າ: ຄົນຮ້າຍໃຊ້ລົດໃຫຍ່ວີໂກ້ ມີຮ່ອງຮອຍການຕຳດ້ານໜ້າ ໄດ້ທຳການຫຼົບໜີ ຕຳຫຼວດ, ແຕ່ສຸດທ້າຍກໍໄດ້ທຳການຍິງຕົວເອງ ແລະ ລູກເມຍເສຍຊີວິດແລ້ວ.
