ປະທານາທິບໍດີຢູເຄຼນ ເຜີຍລະທານຢູເຄຼນສາມາດຍຶດຄືນພື້ນທີ່ໃນເຂດເຄຊັນຈາກການຄອບຄອງຂອງຣັດເຊຍໄດ້ 3ເມືອງ
ປະທານາິບໍດີວະລາດິມີ ເຊເລນສະກີ ຂອງຢູເຄຼນ ຖະແຫຼງທີ່ຜ່ານມາວ່າ ທະຫານຢູເຄຼນ ໄດ້ສາມາດໄລ່ຍຶດຄືນພື້ນທີ່ໃນເຂດເຄີຊັນ ທາງໃຕ້ຂອງປະເທດ ທີ່ເຄີຍຖືກທະຫານຣັດເຊຍເຂົ້າຄອບຄອງກັບມາໄດ້ 3ເມືອງ ພື້ນທີ່ລວມທັງເມືອງເປໂຕພາລິກາ ແລະວ່າປະຕິບັດການໂຈມຕີຕາມຍຶດພື້ນທີ່ຄືນຈາກຣັດເຊຍຍັງດຳເນີນໄປຢ່າງຕໍ່ເນື່ອງ.
ການຖະແຫຼງຂອງຜູ້ນຳຢູເຄຼນ ມີຂຶ້ນຫຼັງ ປະທານາທິບໍດີວະລາດິມີ ປູຕິນ ຂອງຣັດເຊຍ ລົງນາມຍັງຄັບໃຊ້ກົດໝາຍເພື່ອລວມເອົາ 4ດິນແດນລວມທັງເຄີຊັນ ເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ ຫຼັງການເຮັດປະຊາມະຕິໃນຢູເຄຼນ ແລະນານາຊາດບໍ່ຍອມຮັບ ແມ່ນວ່າຣັດເຊຍຍັງບໍ່ໄດ້ຄອບຄອງພື້ນທີ່ທັງ 4ດິນແດນໂດຍສົມບູນ ແລະຍັງບໍ່ມີການປັກປັນເຂດແດນຕາມກົດໝາຍໃໝ່ຂອງຣັດເຊຍ.
ທັ້ງນີ້ທະຫານຢູເຄຼນສາມາດໂຈມຕີຍຶດຄືນພື້ນທີ່ໄດ້ຫຼາຍແຫ່ງຕັ້ງແຕ່ຕົ້ນເດືອນກັນຍາເປັນຕົ້ນມາ ລວມທັງບາງພື້ນທີ່ໃນເຂດເຄີຊັນ ດ້ານດາມິທຣີ ເປສະຄັອບ ໂຄສົກລັດຖະບານຣັດເຊຍ ລະບຸວ່າ ພື້ນທີ່ໃນ 4ເຂດຫຼືດິນແດນລວມທັງເຄີຊັນ ຈະລວມກັບຣັດເຊຍຕະຫຼອດໄປ ສ່ວນຫຼາຍພື້ນທີ່ ທີ່ທະຫານຢູເຄຼນຫາກໍຍຶດຄືນຈະກັບມາເປັນຂອງຣັດເຊຍ.