ເກີດເຫດຊີງຊັບ! ຖືກໂຈນຕີແລະຈີ້ເອົາລົດ ແລ້ວຖິ້ມເຈົ້າຂອງລົດໄວ້ປ່າ
ເຫດເກີດເວລາປະມານ 18:00 ໂມງ ຂອງວັນທີ 6 ຕຸລາ2022 ຢູ່ເສັ້ນທາງຈຳປາ-ວຽງຄຳ-ຫນອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂຈນສາມາດຊີງເອົາລົດຈັກຮອນດາເວບ 100 ໄປໄດ້ ແລະ ເຈົ້າຂອງລົດໄດ້ຮັບບາດເຈັບສົມຄວນ.

ພີ້ນ້ອງຜູ້ເສຍຫາຍເລົ່າວ່າ: ລຸງຂອງຕົນຖືກໂຈນຈີ້ເອົາລົດແລ້ວ ຖືກຕີ ແລະ ຖິ້ມໄວ້ໃນປ່າແຖວສວນຈຳປາ-ວຽງຄຳ ພົນລະເມືອງດີໄດ້ພົບເຫັນຈິ່ງຊ່ວຍເຫລືອ ໂທຫາພີ້ນ້ອງ ແລະ ນຳສົ່ງໂຮງໝໍ.

ເຕືອນຜູ້ທີ່ທຽວທາງດັ່ງກ່າວ ໃຫ້ລະວັງ ເພາະມັນເປັນທາງປ່ຽວມືດ ແລະ ຫວັງວ່າເຫດການນີ້ເຈົ້າໜ້າທີ່ຈະສາມາດຈັບໂຈນມາລົງໂທດໃຫ້ໄດ້ໂດຍໄວ.

CR: ໜັງສືພິມລາວພັດທະນາ