EU ເຫັນພ້ອມຕັ້ງເພດານລາຄານ້ຳມັນຣັດເຊຍແລະມາດຕາການຂວ້ຳບາດ.

EU ເຫັນພ້ອມຕັ້ງເພດານລາຄານ້ຳມັນຣັດເຊຍແລະມາດຕາການຂວ້ຳບາດ.

ຊາດສະມາຊິກສະຫະພາບຢູໂຣບຫຼື ອີຢູ ເຫັນພ້ອມທີ່ຈະໃຊ້ມາດຕາການກຳນົດເພດານລາຄານ້ຳມັນຣັດເຊຍ ແລະມາດຕາການຂວ້ຳບາດຣັດເຊຍອື່ນໆ ຫຼັງຈາກທີ່ລັດຖະບານຣັດເຊຍຕັດສິນໃຈລວມ 4ແຄ້ວນຂອງຢູເຄຼນ ທ່າມກາງຄວາມຂັດແຍ້ງທີ່ຍັງບໍ່ມີມື້ສິ້ນສຸດ.


ຄະນະກຳມາທິການຢູໂຣບໄດ້ອອກມາດຕາການຫ້າມຂົນສົ່ງນ້ຳມັນຣັດເຊຍທາງທະເລໄປຍັງປະເທດອື່ນໆ ຫາກມີລາຄາສູງກວ່າເພດານທີ່ກຳນົດໄວ້ ເຊິ່ງກຸ່ມປະເທດ ຈີ7 ຕ້ອງການບັງຄັບໃຊ້ມາດຕາການດັ່ງກ່າວພາຍໃນ 5ທັນວານີ້ ໂດຍເປັນຊ່ວງເວລາດຽວກັບມາດຕາການຂວ້ຳບາດນ້ຳຣັດເຊຍສ່ວນໃຫຍ່ມີຜົນບັງຄັບໃຊ້ເເລ້ວ.


ຂະນະທີ່ປະທານສະຫະພາບຢູໂຣບລະບຸວ່າ ມາດຕາການຂວ້ຳບາດຣັດເຊຍຊຸດໃໝ່ນີ້ລວມເຖິງການລະງັບການສົ່ງອອກຊິ້ນສ່ວນອາກາດຂອງອີຢູໄປຣັດເຊຍ ແລະການຈຳກັດການນຳເຂົ້າເຫຼັກກ້າຈາກຣັດເຊຍ ນອກຈາກນີ້ຍັງເພີ່ມລາຍການສິ້ນຄ້າຈາກຣັດເຊຍ ທີ່ຫ້າມນຳເຂົ້າບໍ່ວ່າຈະເປັນຜະລິດຕະພັນເຫຼັກ, ເຍື່ອໄມ້ , ເຈ້ຍ ເຄື່ອງຈັກແລະອຸປະກອນເຄມີ… ໂດຍຫ້າມໃຫ້ບໍລິການດ້ານໄອທີ ວິສະວະກຳແລະກົດໝາຍແກ່ໜ່ວຍງານຂອງຣັດເຊຍຈະມີຜົນບັງຄັບໃຊ້ເຊັ່ນກັນ.


ແນວໃດກໍຕາມ ການບັນລຸຂ້ຕົກລົງໃນການໃຊ້ມາດຕາການກຳນົດເພດານລາຄາບໍ່ງ່າຍເລີຍ ເນື່ອງຈາກຫຼາຍຊາດອີຢູກັງວົນວ່າມາດຕາການດັ່ງກ່າວຈະສົ່ງຜົນກະທົບຕໍ່ອຸດສາຫະກຳການຂົນສົ່ງຂອງຕົນເອງ ໂດຍລາຍລະອຽດກ່ຽວກັບມາດຕາການຂວ້ຳບາດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page