6 ສິ່ງທີ່ເຂົາຈະບໍ່ເຮັດ ເມື່ອເຮົາໃຫຍ່ຂຶ້ນເປັນຜູ້ໃຫຍ່ແລ້ວ

6 ສິ່ງທີ່ເຂົາຈະບໍ່ເຮັດ ເມື່ອເຮົາໃຫຍ່ຂຶ້ນເປັນຜູ້ໃຫຍ່ແລ້ວ

1.ຈົ່ງຟັງໃຫ້ຫຼາຍແລະຄິດໃຫ້ເປັນ: ຢຸດເວົ້າຂົ່ມຄົນອື່ນ, ຢ່າກົດຄົນອື່ນລົງ ເພາະການທີ່ເຮົາຜ່ານໂລກມາຫຼາຍມັນບໍ່ແມ່ນວ່າເຮົາຈະເກັ່ງທຸກເລື່ອງ ກົງກັນຂ້າມກັນມັນກໍ່ບໍ່ມີໃຜຈະຕົກຕ່ຳລົງໄປໝົດທຸກຢ່າງເຊັ່ນກັນ ຕັ້ງໃຈຟັງຄົນອ້ອມຂ້າງເບິ່ງ ບາງທີເຮົາຈະໄດ້ຮູ້ຫຍັງໃໝ່ໆວ່າເຂົາຮູ້ສຶກຫຍັງ, ເຂົາຕ້ອງການຫຍັງ


2.ຢຸດຮັກສານ້ຳໃຈຄົນອື່ນໄດ້ແລ້ວ: ຍິ່ງຄົນທີ່ບໍ່ໃຫ້ກຽດເຮົານັ້ນກໍ່ຢ່າໄປສົນໃຈເຂົາຫຼາຍ ເພາະການທີ່ໃຫ້ກຽດຄົນອື່ນນັ້ນມັນເປັນສິ່ງທີ່ດີ ແຕ່ຖ້າຄົນນັ້ນບໍ່ເຄີຍເຫັນຄ່າເຮົາ ສຸດທ້າຍກໍ່ບໍ່ມີປະໂຫຍດ ແຕ່ຖ້າມື້ນີ້ເຮົາຢາກຮັກສາຄວາມສຳພັນທີ່ມີ ແລະໃຫຍ່ຂຶ້ນຈະຍິ່ງພົບວ່າການຍທີ່ເຮົາຮັກສານ້ຳໃຈເພື່ອຄົນທີ່ບໍ່ເຄີຍໃຫ້ກຽດເຮົານັ້ນມັນເຮັດໃຫ້ເສຍເວລາ


3.ໃຫ້ຄ່າຄົນທີ່ຖືກຄົນ: ເພາະບໍ່ເເມ່ນທຸກຄົນທີ່ເຮົາຕ້ອງແຄ ດັ່ງນັ້ນເຮົາຄວນແຄໃຫ້ຖືກຄົນມັນຈຶ່ງດີ ເພາະຄົນທີ່ເຂົາຢູ່ກັບເຮົາໃນມື້ທີ່ເຮົາບໍ່ເຫຼືອໃຜເພາະດັ່ງນັ້ນເຮົາຈົ່ງເຫັນຄ່າຄົນໆນັ້ນກ່ອນທີ່ຈະສາຍເກີນໄປ.
4. ຢ່າສຢນວ່າໃຜຈະເວົ້າຫາເຮົາແນວໃດ: ການທີ່ໃຜຈະເວົ້າເຖິງເຮົາກໍ່ປ່ອຍເຂົາໄປ ເພາະບໍ່ວ່າເຮົາຈະເຮັດດີເທົ່າໃດ ຖ້າມື້ນີ້ເຂົາບໍ່ມັກເຮົາຂຶ້ນມາ ເຂົາກໍຍັງຊັງເຮົາຢູ່ດີ ດັ່ງນັ້ນມັນບໍ່ມີປະໂຫຍດຫຍັງເລີຍທີ່ຈະໄປໃສ່ໃຈ


5.ບໍ່ຫວັ່ນທີ່ຈະປະເຊີນໜ້າກັບບັນຫາຕ່າງໆ: ເພາະທຸກບັນຫາເຮົາຢາກໃຫ້ຄິດວ່າມັນບໍ່ແມ່ນເລື່ອງໃໝ່ ແລະຍັງເປັນສິ່ງທີ່ທຸກຄົນຕ້ອງພົບເປັນເລື່ອງປົກກະຕິ
6.ຢ່າຢຸດຮຽນຮູ້ແລະພັດທະນາຕົນເອງ: ເພາະຄວາມຮູ້ບໍ່ມີມື້ໝົດໄປ ມັນຈະເຮັດໃຫ້ເຮົາຢູ່ໄດ້ທຸກຍຸກຢ່າງສະບາຍ ເພາະຄວາມຮູ້ເກົ່າທີ່ເຮົາເຄີຍມີມັນອາດຈະໃຊ້ໃນຍຸກນີ້ໄດ້ຫຼືເຮົາອາດນຳມາພັດທະນາຕໍ່ໄປໄດ້ ຄວາມຮູ້ທີ່ມີໃນຕອນນີ້ຕໍ່ໄປອາດຈະໃຊ້ບໍ່ໄດ້

Leave a Reply

Your email address will not be published. Required fields are marked *

You cannot copy content of this page