7 ເລື່ອງຂອງຄວາມຮັກ ທີ່ມາໄວແລະໄປໄວເຊັ່ນກັນ.

7 ເລື່ອງຂອງຄວາມຮັກ ທີ່ມາໄວແລະໄປໄວເຊັ່ນກັນ.

1.ຮັກແບບຫຼິ້ນໆ ບໍ່ຄ່ອຍຈິງຈັງຫຍັງຫຼາຍ: ບໍ່ຕ່າງຈາກແຟຊັ່ນທີ່ມາໄວໄປໄວ ແລະແຟນໂຕຈິງຈັບໄດ້ ກໍໝົດເວລາຄົງຕ້ອງໄປແລ້ວ ຕາມກົດຂອງການມີກິ້ກ ຮັບແບບຫຼິ້ນໆນີ້ກໍ່ບໍ່ຕ່າງຫຍັງຈາກຮັກແບບຊູ້ບໍ່ດີດອກ


2. ຮັກທີ່ແບບວ່າຫຼົງຮູບລັກພາຍນອກ: ນັ້ນຄື ຄວາມຫຼໍ່, ຄວາມງາມ ເພາະສິ່ງເຫຼົ່ານີ້ອາດບໍ່ໄດ້ຫາຍໄປໃນສອງສາມມື້ ແຕ່ກຫາກລອງຄິດໄກໄປເຖິງຂັ້ນເກີດອຸບັດຕິເຫດທີ່ເຮັດໃຫ້ໝົດຫຼໍ່, ໝົດງາມ ຮັກທີ່ເກີດຈາກພຽງຫຼົງຮູບອາດຈະເຖິງເວລາຈົບສິ້ນ.


3. ຮັກເພາະຄວາມເຫງົາ: ເພາະການຮັບໃຜເຂົ້າມາ ໃນຊີວິດຈັກຄົນ ເພາະຄວາມເຫງົາ ມັນເຮັດໃຫ້ເຮົາຫຼຸດມາດຕາຖານໃນການຮັກຄົນໜຶ່ງໄປດ້ວຍ ເຊັ່ນໃຜກໍ່ໄດ້ ມາຊ່ວຍໃຫ້ເຊົາເຫງົາພໍເຊົາເຫງົາຈຶ່ງເຮັດໃຫ້ຮູ້ວ່າເຮົາບໍ່ໄດ້ກັບຄົນແບບນີ້


4.ຮັກເງິນໃນກະເປົາຫຼາຍກວ່າຮັກກັນທີ່ໃຈ: ແລະຄວາມຮັກແບບນີມັນຈະໄປໄວຫຼືຊ້າເທົ່າໃດ ມັນຂຶ້ນຢູ່ກັບຄວາມໝັ້ນຄົງຂອງກະເປົາເງິນ ຖ້າເວົ້າງ່າຍໆຄືເງິນຍັງມີ ຮັກຍັງມາງ່າຍໆເລີຍ
5.ຮັກໃນສະຖານທີ່ບັນເທິງ: ກໍອາດຈະເປັນແສງວິບວັບມັນກໍ່ອາດເຮັດໃຫ້ເຮົາງາມ, ຫຼໍ່ໄດ້ ທັ້ງຍັງດື່ມໄປຍ້ອມໃຈອີກ ກົງກັນຂ້າມຖ້າລອງພົບກັນໃນແສງທຳມະຊາດອາດຈະເຫັນໄດ້ຊັດກວ່າແລ້ວຈະຮູ້ທີ່ຜ່ານມາພຽງພາບລວງຕາ.


6.ຮັກໃນໂລກອອນລາຍ: ກໍຈະແບບວ່າມັນກໍມີຫຼາຍຄູ່ ທີ່ຮັກຍືນຍາວແມ່ນວ່າຈະພົບຮັກຜ່ານໂລກອອນລາຍ ແຕ່ກໍອີກຫຼາຍຄູ່ທີ່ສ້າງພາບຕໍ່ກັນ ແຕ່ພໍມາພົບຕົວຈິງເປີດເຜີຍຕົວຕົນແທ້ໆໃຫ້ອີກຝ່າຍໄດ້ເຫັນແລະຮັບບໍ່ໄດ້ກໍມີຖົມໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page