ເຕືອນໄພ! ໂຈນປຸ້ນລົດໃຫຍ່ ເອົາຄ້ອນຟາດແວ່ນລົດແລະໃຊ້ໄຟຊ໋ອດ
ຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານໃຫ້ຮູ້ວ່າ: ສົດໆຮ້ອນໆ ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ຜູ້ກ່ຽວແລ້ວເອົາຊັບສິນໄປຈົນໝົດ.

ຜູ້ປະສົບເຫດລາວເລົ່າວ່າໂຈນມີເປົ້າ ໝາຍຈະປຸ້ນເອົາລົດໃຫຍ່ ແຕ່ລົດເສຍຫລັກລົງຄອງນ້ຳ ເອົາຂຶ້ນບໍ່ໄດ້ ໂຈນເລີຍປ່ຽນມາເປັນປຸ້ນຊັບແທນ ຜູ້ປະສົບເຫດແມ່ນປອດໄພ ໄດ້ຮັບບາດເຈັບທີ່ແຂນເລັກໜ້ອຍ ຍ້ອນຖືກໄຟຊັອດ.

ຝາກເຕືອນເຖິງສັງຄົມທຸກທ່ານທີ່ທຽວໄປມາຄົນດຽວ, ໃນເສັ້ນທາງມືດ-ປ່ຽວ ໃຫ້ລະມັດລະວັງກັນແດ່ເດີໂຈນລັດປຸ້ນຊີງຊັບໂຊກດີແຕ່ບໍ່ເປັນຫຍັງຫລາຍ ຫວັງວ່າເຈົ້າໜ້າທີ່ຈະສາມາດນຳຈັບຄົນຮ້າຍທີ່ກໍ່ເຫດໃນຄັ້ງນີ້ໄດ້.
ພາບຂ່າວຈາກ: ສາຍບົວ ແລ້ງນໍ້າ.