ນິໄສ 7ຢ່າງຂອງຜູ້ຍິງທີ່ເຮັດໃຫ້ຕົນເອງຕ້ອງລຳບາກໃຈຢູ່ສະເໝີ.

ນິໄສ 7ຢ່າງຂອງຜູ້ຍິງທີ່ເຮັດໃຫ້ຕົນເອງຕ້ອງລຳບາກໃຈຢູ່ສະເໝີ.

1.ຜູ້ຍິງທີ່ມັກຊ່ວວຍຄົນອື່ນ: ຄົນທີ່ຕອບການປະຕິດເສດຈາກຄົນອື່ນໄດ້ຍາກທີ່ສຸດ ກໍຄົງໜີບໍ່ພົ້ນພວກທີ່ມັກຊ່ວຍຜູ້ອື່ນ ເພາະການມອບຄວາມຊ່ວຍເຫຼືອທີ່ແທ້ຈິງນັ້ນຈະຕ້ອງບໍ່ເລືອກປະຕິບັດ ໃນເລື່ອງໃດເລື່ອງໜຶ່ງສະເໝີ


2.ຜູ້ຍິງທີ່ເກງໃຈຄົນ: ເພາະການເປັນຄົນຂີ້ເກງໃຈ ມັກຈະຍ້ອນກັບມາທຳຮ້າຍຕົນເອງສະເໝີ ເພາະການທີ່ບໍ່ຮູ້ຈັກປະຕິເສດແລະການທີ່ເອົາແຕ່ຢ້ານກົວຄົນອື່ນຈະເສຍຄວາມຮູ້ສຶກນັ້ນ ມັນຄືການສ້າງຮອຍແຜໃນໃຈຕົນເອງ
3.ຜູ້ຍິງທີ່ໃຈດີ: ຄົນທີ່ສະແດງຄວາມໃຈດີ ອ່ອນນອ້ມຕໍ່ຜູ້ອື່ນນັ້ນ ກໍມັກຈະຖືກເບິ່ງໃນແງ່ດີ ອີກທັງຍັງຖືກເບິ່ງວ່າເປັນຄົນທີ່ສາມາດເພີ່ງພາຕົນເອງໄດ້ສະເໝີ ຈຶ່ງມີຄົນມັກກ້່າວເຂົ້າໄປຂໍຄວາມຊ່ວຍເຫຼືອ


4.ຜູ້ຍິງຫົວອ່ອນ: ເພາະຄົນປະເພດນີ້ຈະກາຍເປັນຄົນທີ່ຖືກຊັກຈູງໄດ້ງ່າຍກວ່າໃຜ ແລະບໍ່ວ່າໃຜຈະເວົ້າແນວໃດ ກໍຄ້ອຍຕາມໄປໝົດ ຈົນຫຼາຍຄັ້ງຈະເກີດຄວາມຜິດພາດຈາກການເຊື່ອຄົນອື່ນເກີນໄປ.
5.ຜູ້ຍິງທີ່ແຄຄົນອື່ນເກີນໄປ: ມີຄົນບໍ່ນ້ອຍທີ່ມີນິໄສແຄຄົນອື່ນ ຈົນກາຍເປັນທຳຮ້າຍຄວາມຮູ້ສຶກຕົນເອງ ຂ້ຳເສຍຂອງຄົນເຫຼົ່ານີ້ ຄືມັກຈະເຫັນຄ່າຄວາມຮູ້ສຶກຂອງຄົນຮອບຂ້າງຫຼາຍ


6.ຜູ້ຍິງທີ່ມີຖານະ: ຫາກເປັນຄົນທີ່ມີຈິດໃຈດີແລະມີຖານະດີກໍຄົງກາຍເປັນເປົ້າໝາຍຂອງບຸກຄົນທີ່ຕ້ອງການຄວາມຊ່ວຍເຫຼືອແນ່ນອນ ແລະທາງທີ່ດີນັ້ນກໍຈະຢື່ນມືເຂົ້າໄປຊ່ວຍຄວນພິຈາລະນາເບິ່ງກ່ອນ
7. ຜູ້ຍິງທີ່ໃຈອ່ອນ: ເປັນບຸກຄົນປະເພດທີ່ມັກຖືກທຳຮ້າຍຈິດໃຈຢູ່ສະເໝີ ເພາະຄວາມໃຈອ່ອນນັ້ນ ຄຽດງ່າຍຫາຍໄວ ຈົນບາງທີ່ສາມາດເຮັດໃຫ້ຄົນອື່ນເບິ່ງເຫັນຈຸດອ່ອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page