8 ສັນຍານຈາກຄົນທີ່ອິດສາເຮົາ ບໍ່ຢາກເຫັນເຮົາໄດ້ດີ
1.ນິນທາວ່າຮ້າຍເຮົາ: ເພາະເຂົາຫາເລື່ອງນິນທາເຮົາໄດ້ທຸກບ່ອນທຸກເວລາ ສິ່ງທີ່ດີທີ່ສຸດຄືການປະເຊີນໜ້າກັບຄົນເຫຼົ່ານີ້ໂດຍກົງ, ສົນທະນາກັນຍ່າງຈິງຈັງ ກັບພຶດຕິກຳຂອງພວກເຂົາ ເຮັດໃຫ້ຮູ້ເຖິງພຶດຕິກຳທີ່ເປັນຢູ່.
2. ຈະຄອຍທຳລາຍຄວາມສຳພັນເຮົາກັບຄົນອື່ນຢູ່ເລື້ອຍໆ: ແລະບໍ່ວ່າຄວາມສຳພັນນັ້ນຈະເປັນຄອບຄົວ, ໝູ່ເພື່ອນພວກເຂົາຈະເຮັດໃຫ້ຮູ້ສຶກດຽວດາຍຢູ່ສະເໝີ
3. ທຳທ່າຊື່ຊົມ: ຍົກຍໍໃຫ້ເຮົາດີໃຈໄປເທົ່ານັ້ນ, ລັບຫຼັງເຂົາກໍເບ່ປາກໃຫ້ເຮົາ ແລະເຂົາເອງກໍຈະເອົາເຮົາໄປນິນທາເສຍໆຫາຍໆແລະທຳທ່າວ່າບໍ່ໄດ້ອິດສາ.
4.ເຂົາດູຖູກຄວາມສຳເລັດຂອງເຮົາ: ເຂົາຈະປະມາດຄວາມສຳເລັດຂອງເຮົາ ແລະບໍ່ສົນວ່າເຮົາຕ້ອງໃຊ້ຄວາມພະຍາຍາມຫຼາຍເທົ່າໃດ ແລະພວກເຂົາເອງກໍເຖິງຂັ້ນເສຍມາລະຍາດ
5.ຮຽນແບບເຮົາ: ເພາະຢາກມີໃນສິ່ງທີ່ເຮົາມີເຊັ່ນ: ວຍກງານ, ຄວາມຮັກ ໄປຈົນເຖິງການແຕ່ງໂຕຂອງເຮົາພ້ອມ ແຕ່ວ່າເຮົາກໍບໍ່ຄວນຫງຸດຫງິດ ແຕ່ຄວນໃຫ້ກຳລັງໃຈພວກເຂົາຕ່າງຫາກ
6.ຫາເລື່ອງແຂ່ງຂັນກັບເຮົາໄປໝົດ: ເພາະເຂົາຕ້ອງການເປັນຜູ້ປະສົບຄວາມສຳເລັດຫຼາຍທີ່ສຸດ ເລີຍຫາເລື່ອງເຮັດນັ້ນເຮັດນີ້ຕ້ອງການຢາກພິສູດຄວາມເໜອກວ່າ
7.ວິຈານຢ່າງດຽວ: ເພາະຄົນທີ່ເຂົາອິດສານັ້ນ ເຂົາຈະເບິ່ງວ່າເຮົາເປັນຄົນທີ່ມີຂ້ຳບົກພ່ອງຫຼາກຫຼາຍ ແຕ່ພຽງໂຊກດີ ດັ່ງນັ້ນພວກເຂົາຈຶ່ງຮູ້ສຶກວ່າຕ້ອງເຮັດໃຫ້ເຮົາຮູ້ໂຕ
8. ດີໃຈຫາກລົ້ມເຫຼວ: ເຂົາຈະບໍ່ສາມາດຍິນດີກັບຄວາມສຳເລັດຂອງເຮົາໄດ້ ແຕ່ເມື່ອເຮົາລົ້ມເຫຼວຫຼືເົຮາພາດເມື່ອໃດພວກເຂົາກໍລໍຖ້າຊ້ຳເຕີມ.