ເກົາຫຼີໃຕ້-ສະຫະລັດ ຊ້ອມຮົບຮ່ວມ ກັນຕອບໂຕ້ເກົາຫຼີເໜືອຍິງຂີປະນາວຸດຕໍ່ເນື່ອງ


ເກົາຫຼີໃຕ້-ສະຫະລັດ ເລີ່ມຊ້ອມຮົບຮ່ວມກັນ ໂດຍມີເຮືອບັນທຸກເຮືອບິນເຂົ້າຮ່ວມດ້ວຍ ຫຼັງເກົາຫຼີເໜືອຍິງຂີປະນາວຸດຫຼາຍຄັ້ງ

ຄະນະປະທານເສນາທິການທະຫານຮ່ວມຂອງເກົາຫຼີໃຕ້ ຖະແຫຼງວ່າເກົາຫຼີໃຕ້ແລະສະຫະລັດເລີ່ມຊ້ອມຮົບທາງທະເລຮ່ວມກັນໂດຍມີເຮືອບັນທຸກເຮືອບິນຂອງສະຫະລັດຮ່ວມດ້ວຍພຽງວັນດຽວ ຫຼັງເຮືອບິນຂັບໄລ່ຂອງສອງປະເທດ ຊ້ອມຖິ້ມລະເບິດ ເພື່ອຕອບໂຕ້ເກົາຫຼີເໜືອຍິງຂີປະນາວຸດຢ່າງຕໍ່ເນື່ອງ


ການຊ້ອມຮົບດັ່ງກ່າວລ່າສຸດມີຂຶ້ນໃນນ່ານນ້ຳນອກຊາຍຝັ່ງຕາເວັນອອກຂອງເກົາຫຼີໃຕ້ລະຫວ່າງວັນທີ 7-8ຕຸລາ ການຊ້ອມຮົບຄັ້ງນີ້ມີຂຶນຫຼັງເກົາຫຼີເໜືອຍິງຂີປະນາວຸດວິຖີໂຄ້ງ 2ລູກ ຕົກສູ່ທະເລແລະຕໍ່ມາເຮືອບິນຮົບຫຼາຍລຳຂອງເກົາຫຼີເໜືອ ບິນເຂົ້າໃກ້ຊາຍແດນເກົາຫຼີໃຕ້


ຄະນະປະທານເສນາທິການທະຫານຮ່ວມຂອງເກົາຫຼີໃຕ້ ກ່າວຕໍ່ໄປວ່າ ການຊ້ອມີຮົບກັບສະຫະລັດ ຈະເພີ່ມຄວາມເຂັ້ມແຂງແລະຄວາມພ້ອມ ເພື່ອຕອບໂຕ້ການຍຸແຍ່ຂອງເກົາຫຼີເໜືອ ດ້ວຍການຊ້ອມຮົບກັບກອງເຮືອຈູ່ໂຈມ ເຮືອບັນທຸກເຮືອບິນຢູເອສເອສ ໂຣນັນ ເຣແກນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page