ເຕືອນໄພ! ສາວລາວເຮັດວຽກຕ່າງແດນຖືກນາຍຈ້າງຄົນໄທຂົ່ ມ ຂືນ
ຈາກກໍລະນີສາວລາວ ອາຍຸ 19 ປີ ແລະ ອ້າຍຂອງລາວ ໄດ້ເດີນທາງເຂົ້າຮ້ອງຂໍຄວາມຊ່ວຍເຫຼືອກັບເພຈ ສາຍໄໝຕ້ອງລອດ ຫຼັງຈາກທີ່ລາວໄດ້ຖືກນາຍຈ້າງທີ່ເປັນພໍ່ຄ້າເຂົ້າມັນໄກ່ ໃນປະເທດໄທ ຕົວະໃຫ້ໄປເຮັດວຽກ ແຕ່ວ່າໄປບ້ານຫຼັງໜຶ່ງເພື່ອລົງມືບີບຄໍ ແລ້ວຂົ່ມຂືນ ໃນວັນທີ 26 ກັນຍາ ທີ່ຜ່ານມາ.

ເຖິງຢ່າງໃດກໍຕາມ ຜູ້ກໍ່ຕັ້ງເພຈ ສາຍໄໝຕ້ອງລອດ ພ້ອມທີມງານໄດ້ລົງພື້ນທີ່ ພາຜູ້ເສຍຫາຍໄປຊີ້ຈຸດເກີດເຫດ ແລະ ພາເຂົ້າພົບເຈົ້າໜ້າທີ່ຕຳຫຼວດເພື່ອຕິດຕາມຄວາມຄືບໜ້າຂອງຄະດີດັ່ງກ່າວ ຫຼັງຈາກທີ່ເຄີຍໄດ້ແຈ້ງຄວາມຮ້ອງທຸກໄປແລ້ວ ແຕ່ຍັງບໍ່ມີຄວາມຄືບໜ້າ.

ນອກນັ້ນ ທາງຜູ້ຖືກກະທຳກໍຄື ສາວລາວເຮົາ ໄດ້ກ່າວວ່າ ຖືກຂົ່ມຂູ່ຈາກຜູ້ກໍ່ເຫດວ່າ “ເປັນຄົນລາວ ຕຳຫຼວດ ຫຼື ຂະບວນການຍຸດຕິທຳໃນໄທຈະບໍ່ຄຸ້ມຄອງ ເພາະເຈົ້າໂຕເປັນຄົນໄທ ຕຳຫຼວດກໍຈະຊ່ວຍກັນຢູ່ແລ້ວ”.
ທັ້ງນີ້ ໂຕຜູ້ກໍ່ເຫດກໍ່ໄດ້ມາຮັບຄຳສາລະພາບ ແລະ ມອບໂຕໃຫ້ກັບເຈົ້າໜ້າທີ່ຕຳຫຼວດແລ້ວ ໃນເບື້ອງຕົ້ນເຈົ້າໜ້າທີ່ກໍ່ໄດ້ທຳການສືບສວນສວບສວນ ແລະ ແຈ້ງຂໍ້ຫາການກະທຳຕໍ່ຜູ້ອື່ນ ໂດຍຕຳຫຼວດຝັ່ງໄທກໍ່ໄດ້ຂັດຄ້ານການປະກັນໂຕ ແລ້ວນຳໂຕສົ່ງຝາກຂັງຕໍ່ສານປະຈຳແຂວງເປັນທີ່ຮຽບຮ້ອຍ.
ແຫຼ່ງຂ່າວ ໄທລັດ