8 ເລື່ອງນີ້ບໍ່ຄວນອວດລົງເຟສບຸກ ເພາະບໍ່ໄດ້ສົ່ງຜົນດີຕໍ່ເຮົາເລີຍ

8 ເລື່ອງນີ້ບໍ່ຄວນອວດລົງເຟສບຸກ ເພາະບໍ່ໄດ້ສົ່ງຜົນດີຕໍ່ເຮົາເລີຍ

1.ການສະແດງທັດສະນະຄະຕິທາງການເມືອງ: ຄົນເຮົາທຸກຄົນມີຂ້ຳຄິດເປັນຂອງຕົນເອງ ທີ່ກ່ຽວກັບການເມືອງໃນປະຈຸບັນ ແຕ່ການທີ່ຈະສະແດງຄວາມຄິດເຫັນອອກມານັ້ນກໍຄວນລະວັງ


2.ທີ່ຢູ່:ເພາະທີ່ຢູ່ ຫາກໂພສໄປແລ້ວມັນກໍ່ບໍ່ແມ່ນຄວາມຄິດ ທີ່ເໝາະສົມເທົ່າໃດ ມັນຄືກັບວ່າເຮົາກຳລັງສົ່ງບັດເຊີນໃຫ້ຄົນທົ່ວໂລກມາທ່ຽວບ້ານເຮົາ
3.ຂ່າວສຳຄັນຂອງຄົນອື່ນ: ບາງທີເຮົາອາດໄດ້ຍິນຂ່າວວ່າໝູ່ເພື່ອນແຕ່ງງານແລ້ວ ແລະແນ່ນອນວ່າເຮົາຕ້ອງຮູ້ສຶກຕື່ນເຕັ້ນແທນໝູ່ຫຼາຍ ຢ່າຟ້າວໂພສສະແດງຄວາມຍິນດີກ່ອນໝູ່ຈະແຈ້ງຂ່າວດີ


4.ເມື່ອໄປທ່ຽວຕ່າງແຂວງ: ຄືເຮົາຕ້ອງໃຫ້ຄົນທົ່ວໂລກຮູ້ບໍ່ວ່າບ້ານເຮົາບໍ່ມີຄົນຢູ່ ຈະບອກວ່າການເປີດເຜີຍຂ້ຳມູນເຫຼົ່ານີ້ນັ້ນ ມັນອາດເຮັດໃຫ້ເຮືອນຂອງເຮົານັ້ນສ່ຽງຖືກງັດ
5.ເລື່ອງບັນຫາຄວາມສຳພັນຂອງຕົນເອງ: ບາງຄັ້ງເຮົາກັບຄົນຮັກກຳລັງມີບັນຫາ ແຕ່ຄວນເກັບບັນຫາແລະຄວາມເຈັບປວດໄວ້ປຶກສາຄົນທີ່ເປັນຫ່ວງເຮົາແທ້


6.ຮູບພາບຕົນເອງໃນລັກສະນະສອງແງ່ສອງງ່າມ: ແບບວ່າຖ່າຍຮູບໄປພ້ອມກັບແກ້ວເບຍໃນມື ເພາະບາງຄັ້ງມັນກໍເປັນເລື່ອງທີ່ຍອມຮັບໄດ້ເມື່ອໄປທ່ຽວກາງຄືນກັບໝູ່ ແຕ່ໝູ່ທີ່ຢືນທາງຂ້າງອາດບໍ່ຮູ້ສຶກຕື່ນເຕັ້ນກັບເຮົາ


7.ການ ຄຸກ ຄາມ ຕ່າງໆ: ຖືເປັນອັນຕະລາຍຄືກັນ ແລະການໂພສລົງໄປໃນໂລກອອນລາຍມັນກໍຍິ່ງເຮັດໃຫ້ສະຖານະການໂຫດຮ້າຍກ່ວາເກົ່າເພາະອາເດເປັນ ອາດ ຊະ ຍາ ກຳ ໄດ້.
8.ຍອດເຫຼືອໃນບັນຊີ: ຄືການໄດ້ຮັບເງິນພິເສດແລະເງິນເກັບໃນທະນາຄານຫຼາຍກວ່າຄ່າໃຊ້ຈ່າຍແບບນີ້ ເຮົາຄວນເກັບໄວ້ກັບຕົນເອງບໍ່ຄວນເປີດເຜີຍຮູບພາບຍອດເງິນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page