ສຸດແປກ! ລ້ຽງແຂ້ໄວ້ເຝົ້າເຮືອນແທນໝາວ່າຊັນ

ສຸດແປກ! ລ້ຽງແຂ້ໄວ້ເຝົ້າເຮືອນແທນໝາວ່າຊັ້ນ

ເຈົ້າຂອງບ້ານ ( ຢູ່ປະເທດໄທ ) ລ້ຽງແຂ້ໄວເປັນສັດລ້ຽງໃນເຮືອນຊື່ “ ທອງ ” ເປັນແຂ້ເພດຜູ້ ອາຍຸ 23ປີ ຄວາມຍາວປະມານ 3ແມັດ ນ້ຳໜັກຫຼາຍກວ່າ 200ກິໂລ ເຊິ່ງເຈົ້າທອງເປັນດາວ Tiktok ເພາະເຈົ້າຂອງຈະອັບຄິບໃນທ່າທາງຕ່າງໆ ຈົນເຮັດໃຫ້ມີຜູ້ຕິດຕາມເກືອບ 1ລ້ານຄົນ

ສອບຖາມ ທ້າວ ອາທິພົງ ນາທິ ອາຍຸ 23ປີ ເຈົ້າຂອງແຂ້ບອກວ່າ ພໍ່ເປັນຄົນໄປຊື້ເຈົ້າ ທອງ ມາລ້ຽງຕັ້ງແຕ່ນ້ອຍໆ ເລີຍຕັ້ງຊື່ໃຫ້້ເປັນມຸງຄຸນວ່າ “ ເຈົ້າທອງ” ກັບ “ ເຈົ້າເງິນ” ແຕ່ເຈົ້າເງິນຕາຍໄປເມື່ອ 2ປີແລ້ວ ທາງຄອບຄົວນຳກະດູກສ່ວນໜຶ່ງໄປຝັງດິນໃກ້ບ້ານ ແລະເອົາສ່ວນຫົວໄປຕັ້ງໄວ້ໃນຫ້ອງພະ ເຊິ່ງເຈົ້າທອງກໍ່ມັກຈະເລືອຈາກສະນ້ຳຊັ້ນລຸ່ມໄປຂຶ້ນຫ້ອງພະ ເພື່ອເຝົ້າກະດູກເຈົ້າເງິນແລະເຝົ້າພະພຸດທະຮູບລ້ຳຄ່າທີ່ເຈົ້່າຂອງສະສົມໄວ້

ເຊິ່ງຊາວບ້ານຕ່າງຮູ້ດີວ່າເຈົ້າທອງຫວງຂອງໃນຫ້ອງພະຫຼາຍ ແຕ່ເຈົ້າທອງກໍ່ບໍ່ເຄີຍກັດຫຼືເຮັດອັນຕະລາຍກັບໃຜ ແຕ່ດ້ວຍຮູບຮ່າງແລະຄວາມເປັນຕາຢ້ານກໍສາມາດກັນໂຈນໃຫ້ບໍ່ກ້າເຂົ້າມາເຮືອນແນ່ນອນ
ນອກຈາກນີ້ເຈົ້າຂອງແຂ້ຍັງບອກອີກວ່າ ກິດຈະກຳປະຈຳວັນຂອງເຈົ້າທອງ ກໍຈະມີເລືອຫຼິ້ນໃນເຮືອນ ແລ້ວກໍຂຶ້ນຈາກບໍ່ນ້ຳໄປນອນເຝົ້າຫ້ອງພະດົນ 3-5ມື້ ຖ້າຟັງສຽງພະສວດ ແລ້ວກໍ່ກັບລົງໄປແຊ່ນ້ຳໃນບໍ່ຂອງມັນຄືເກົ່າ ສ່ວນຂອງກິນກໍ່ຈະໃຫ້ໂຄງໄກ່ຄັ້ງລະ 4-5ໂຄງ ກໍ່ຈະອີ່ມໄປໄດ້ຫຼາຍອາທິດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page