ຂ່າວດ່ວນ! ຂົວເຊື່ອມຕໍ່ລະຫວ່າງໄຄຼເມຍກັບຣັດເຊຍຖືກທຳລາຍແລ້ວ
ຮູບພາບຂົວໄຄເມຍເພີ່ມເຕີມ ຈະເຫັນວ່າທັງທາງລົດໄຟແລະລົດໃຫຍ່ຖືກທຳລາຍ
ຂົວໄຄເມຍເປັນຂົວທີ່ສຳຄັນທີ່ເຊື່ອມຕໍ່ໄຄເມຍກັບແຜ່ນດິນໃຫຍ່ຣັດເຊຍ ການທີ່ຂົວນີ້ຖືກທຳລາຍເປັນເລື່ອງສຳຄັນຫຼາຍ ເພາະຈະເຮັດໃຫ້ຣັດເຊຍຂົນສົ່ງຊັບພະຍາກອນໄປຫຼໍ່ລ້ຽງໄຄເມຍ ແລະເຮັດສົງຄາມກັບຢູເຄຼນໄດ້ຍາກຂຶ້ນ.

ຂະນະນີ້ເລືຶ່ອງຂົວທີ່ຖືກທຳລາຍແນວໃດໂດຍໃຜນັ້ນຍັງເປັນປິດສະໜາ ແຕ່ຫຼາຍຝ່າຍເຊື່ອວ່າໜ້າຈະເປັນການໂຈມຕີຈາກຝັ່ງຢູເຄຼນ

ເຊິ່ງຢູເຄຼນມີສັກກາຍະພາບຈະຍິງຂີປະນາວຸດເຖິງຂົວນີ້ດົນແລ້ວ ແຕ່ທີ່ຜ່ານມາຄົນມັກວິເຄາະວ່າບໍ່ກ້າຍິງເພາະຢ້ານຣັດເຊຍຕອບໂຕ້ດ້ວຍນິວເຄຼຍຕາມທີ່ຂູ່ໄວ້ຕະຫຼອດ.