ແມ່ຮ້ອງໄຫ້ ວັດຍົກເລີກເຜົາຮ່າງ ຜູ້ກໍ່ເຫດກາດຍິງເດັກນ້ອຍ
ວັດແຫ່ງໜຶ່ງ ( ປະເທດໄທ) ຍົກເລີກເຜົາຮ່າງຜູ້ກໍ່ເຫດກາດຍິງ ຂໍໃຫ້ຍາດພີ່ນ້ອງໄປຫາວັດອື່ນແທນ.

ໃນວັນທີ 08 ຕຸລາ ທີມຂ່າວໄດ້ຮັບການຢືນຢັນຈາກເຈົ້າໜ້າທີ່ນິຕິເວດ ໂຮງໝໍອຸດອນທານີ( ປະເທດໄທ) ວ່າຍາດພີ່ນ້ອງຜູ້ກໍ່ເຫດກາດຍິງໜອງບົວລຳພູ ໄດ້ນຳເອກະສານຕິດຕໍ່ຮັບສົບອອກໄປເປັນທີ່ຮຽບຮ້ອຍແລ້ວ ເບື້ອງຕົ້ນຄາດວ່າທາງຄອບຄົວສາມາດຕິດຕໍ່ວັດທີ່ຈະເຮັດພິທີງານສົບໄດ້ແລ້ວ ໃນພື້ນທີ່ແຂວງອຸດອນ ໂດຍຈະເຜົາທັນທີບໍ່ມີການສວດອະພິທຳ

ແຕ່ລ່າສຸດ ມີລາຍງານວ່າ ທາງວັດແຫ່ງໜຶ່ງໃນປະເທດໄທ ໄດ້ຍົກເລີກການເຜົາຮ່າງຜູ້ກໍ່ເຫດຫຼັງຍາດບໍ່ມີເອກະສານໃບຊັນນະສູດສົບແລະເອກະສານຕ່າງໆມາໃຫ້ ທາງວັດຈຶ່ງບໍ່ກ້າເຜົາຮ່າງໃຫ້ ແລະໄດ້ຂໍໃຫ້ທາງຍາດພີ່ນ້ອງໄປຫາວັດອື່ນ.